
ໜ່ວຍພັກສະຕຣາໂທລະຄົມ ສາຂາແຂວງວຽງຈັນ ນະຄອນຫຼວງວຽງຈັນ ດຳເນີນກອງປະຊຸມໃຫຍ່ຄັ້ງທີ I
ເວລາອອກຂ່າວ: 2019-06-07 08:39:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1585 | ຄວາມນິຍົມ:
ວັນທີ 6 ມິຖຸນາ 2019
ນີ້, ໜ່ວຍພັກສະຕຣາໂທລະຄົມ ສາຂາແຂວງວຽງຈັນ ນະຄອນ
ຫຼວງວຽງຈັນ(ສອງສາຂາຮ່ວມ ກັນຈັດຕັ້ງເປັນໜ່ວຍພັກດຽວ) ເຊິ່ງໄດ້ຈັດກອງປະຊຸມໃຫຍ່ ຄັ້ງ ທີ I ຂຶ້ນຢູ່ທີ່ສູນຢູນີເທວ, ນະຄອນ
ຫຼວງວຽງຈັນ, ໂດຍການເຂົ້າ ຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ຄໍາມ່ວນ ເລືອງວັນ
ຫຼ້າ ກໍາມະການຄະນະປະຈຳພັກ ຫ້ອງວ່າການ, ຮອງຫົວໜ້າຫ້ອງ ວ່າການກະຊວງປ້ອງກັນປະ ເທດ, ມີສະຫາຍ ພັນເອກ ບີ ມົວ ໄຟດາເຢຍຈາ ຮອງເລຂາຄະນະ ພັກຮາກຖານ, ຮອງຜູ້ອໍານວຍ ການໃຫຍ່ບໍລິສັດສະຕຣາໂທ ລະຄົມ, ສະຫາຍ ພັນໂທ ສົມດີ
ອິນທະວົງ ເລຂາໜ່ວຍພັກສະ ຕຣາໂທລະຄົມສາຂາແຂວງ ວຽງຈັນ-ນວ, ມີຜູ້ຕາງໜ້າຫ້ອງ ການເມືອງຫ້ອງວ່າການກະ ຊວງປ້ອງກັນປະເທດ, ບັນດາ ໜ່ວຍພັກສໍານັກງານ-ເຄືອຂ່າຍ, ໜ່ວຍພັກການຕະຫຼາດ ແລະ ບໍລິ
ການຂອງບໍລິສັດເຂົ້າຮ່ວມ.
ສະຫາຍ ພັນໂທ ສົມດີ ອິນ ທະວົງ ໄດ້ກ່າວວ່າ: ກອງປະຊຸມ ຄັ້ງນີ້ແມ່ນມີຄວາມໝາຍຄວາມ ສໍາຄັນຢ່າງຍິ່ງເພາະມັນເປັນ ການປະຕິບັດຕາມລະບຽບຫຼັກ ການໃນການຈັດຕັ້ງນໍາພາຂອງ ພັກ ແນໃສ່ປັບປຸງກໍສ້າງພັກທາງ ດ້ານການເມືອງແນວຄິດ, ການ ຈັດຕັ້ງແບບແຜນນໍາພາ ແລະ ວິ ທີການເຮັດວຽກຂອງຄະນະພັກ ທັງເປັນການດໍາເນີນຊີວິດການ ເມືອງພາຍໃນພັກ ເພື່ອສໍາຫຼວດ ກວດກາຄືນການຈັດຕັ້ງປະຕິ ບັດມະຕິຕ່າງໆຂອງຄະນະພັກ ຂັ້ນເທິງກໍຄືມະຕິຂອງໜ່ວຍພັກ ໃນຊຸມປີຜ່ານມາ, ເປັນການຄົ້ນ ຄວ້າກໍານົດທິດທາງຂອງພັກໃນ ຊຸມປີຕໍ່ໜ້າເພື່ອເປັນການເສີມຂະ ຫຍາຍປະຊາທິປະໄຕພາຍໃນ ພັກ, ເປັນການເຊີດຊູຄວາມຮັບ ຜິດຊອບການເມືອງ ແລະ ເປັນ ການປະກອບສ່ວນອັນສໍາຄັນ ເຂົ້າໃນການກະກຽມກອງປະຊຸມ ໃຫຍ່ຄັ້ງທີ II ຂອງຄະນະພັກ ຮາກຖານຂອງບໍລິສັດສະຕຣາ ໂທລະຄົມໃຫ້ແທດເຖິງຕົວຈິງ ກວ່າເກົ່າເພື່ອເປັນເອກະພາບກັນ ຈັດຕັ້ງປະຕິບັດໃຫ້ເກີດດອກ ອອກຜົນໃນຕໍ່ໜ້າ. ໃນກອງປະ ຊຸມຄັ້ງນີ້ຍັງໄດ້ປ່ອນບັດຄັດ ເລືອກເອົາເລຂາຄະນະໜ່ວຍ ພັກຂອງບໍລິສັດສະຕຣາໂທລະ ຄົມສາຂາແຂວງວຽງຈັນ ນະ ຄອນຫຼວງວຽງຈັນ ຊຸດໃຫມ່,ສະ
ຫາຍ ພັນໂທ ສົມດີ ອິນທະວົງ ເປັນເລຂາຄະນະພັກ, ສະຫາຍ ພັນໂທ ພູວົງ ອຸ່ນຍະວົງ ເປັນ ຮອງເລຂາ ແລະ ສະຫາຍ ຮ້ອຍ ເອກ ໂອລໍາ ເປັນກຳມະການຄະ ນະພັກ.
ໂອກາດນີ້ສະຫາຍພົນຈັດ ຕະວາ ຄໍາມ່ວນ ເລືອງວັນຫຼ້າ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະ ຊຸມວ່າ: ການຄັດເລືອກເອົາຄະ ນະໜ່ວຍພັກຊຸດໃຫມ່ນີ້ກໍເພື່ອແນ
ໃສ່ປັບປຸງໜ່ວຍພັກສາຂາ ສະ ຕຣາໂທລະຄົມໃຫ້ດີຂຶ້ນກວ່າ ເກົ່າ. ພ້ອມທັງຮຽກຮ້ອງໃຫ້ຄະນະພັກ ຊຸດໃໝ່ສືບຕໍ່ສູ້ຊົນປະຕິບັດໜ້າທີ່
ວຽກງານທີ່ຂັ້ນເທິງມອບໝາຍ ໃຫ້ຢ່າງສຸດຄວາມສາມາເພື່ອ ແນໃສ່ພັດທະນາບໍລິສັດຂອງ ຕົນກໍຄືປະເທດຊາດໃຫ້ນັບມື້ ກ້າວໜ້າມີຜົນສໍາເລັດໃນໜ້າທີ່ ວຽກງານອັນໃຫມ່ໃຫຍ່ຫຼວງ ກວ່າເກົ່າ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ