ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ຜົນ​ການ​ຈັບ​ສະຫຼາກ ການ​ແຂ່ງຂັນ ເຕະບານ​ຍິງ ຊີງ​ແຊັມ​ອາ​ຊຽນ​ຮອບ​ຄັດ​ເລືອກ 2024
ເວລາອອກຂ່າວ: 2024-10-23 10:45:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1108 | ຄວາມນິຍົມ:



ການ​ຈັບ​ສະຫຼາກ​ໄດ້​ຈັດ​ຂຶ້ນ​ ໃນ​ທ້າຍ​ອາທິດ​ຜ່ານ​ມາ, ທີ່​ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ ໂດຍ​ມີ ທ່ານ ນາງ ກັນຍາ ແກ້ວ​ມະນີ ຮອງ​ປະທານ ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ ພ້ອມ​ດ້ວຍ​ຄະນະ​ບໍລິຫານ​ງານ ສະ ຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ, ຕາງໜ້າ​ຈາກ​ສະຫະພັນ​ບານເຕະ​ອາ​ຊຽນ ແລະ ສື່​ມວນ​ຊົນ​ເຂົ້າ​ຮ່ວມ. ຮອບ​ຄັດ​ເລືອກ​ມີ​ທັງ​ໝົດ 6 ທີມ ແບ່ງ​ອອກ​ເປັນ 2 ກຸ່ມ, ກຸ່ມ​ລະ 3 ທີມ ຜົນ​ຈັບ​ສະຫຼາກ​ປະກົດ​ວ່າ: ທີມ​ສາວ​ລາວ ຢູ່​ກຸ່ມ A ຮ່ວມ​ກັບ ສິງກະໂປ ແລະ ຕີ​ມໍ​ເລັດ​ສະ​ເຕ້, ສ່ວນ ກຸ່ມ B ມີ: ກຳປູເຈຍ, ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ. ຮູບ​ແບບ​ການ​ແຂ່ງຂັນ​ພົບ​ກັນ​ຫມົດ​ໃນ​ກຸ່ມ ແລ້ວ​ຄັດ​ເອົາ ທີ 1 ແລະ 2 ຂອງ​ກຸ່ມ ຜ່ານ​ເຂົ້າ​ສູ່​ຮອບ 4 ທີມ​ສຸດ​ທ້າຍ ແລະ ລຸ້ນ​ເປັນ​ແຊັມ​ຮອບ​ຄັດ​ເລືອກ​ຕໍ່​ໄປ ເຊິ່ງ 4 ທີມ ທີ່​ຜ່ານ​ເຂົ້າ​ຮອບ​ຮອງ​ຊະນະ​ເລີດ​ຄັ້ງ​ນີ້ ແມ່ນ​ສິດ​ໄປ​ແຂ່ງຂັນ​ໃນ​ຮອບ​ສຸດ​ທ້າຍ ຮ່ວມ​ກັບ ຫວຽດນາມ, ໄທ, ຟີ​ລິບ​ປິນ ແລະ ມຽນ​ມາ ທີ່​ໄດ້​ສິດ​ລໍຖ້າ​ແຂ່ງຂັນ​ໃນ​ຮອບ​ສຸດ​ທ້າຍ​ໂດຍ​ບໍ່​ຕ້ອງ​ຄັດ​ເລືອກ ຍ້ອນ​ຕິດ​ອັນ​ດັບ 1 ໃນ 4 ຂອງ​ພາກ​ພື້ນ. ການ​ແຂ່ງຂັນ​ເຕະບານ​ຍິງ ຊິງ​ແຊັມ​ອາ​ຊຽນ 2024 ຮອບ​ຄັດ​ເລືອກ ຈະ​ແຂ່ງຂັນ​ໃນ​ລະຫວ່າງ ວັນ​ທີ 23 ພະຈິກ ຫາ 06 ທັນວາ 2024 ໂດຍ ​ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ. ສ່ວນ​ຕາຕະລາງ​ການ​ແຂ່ງຂັນ ​ສຕລ ແມ່ນ​ຈະແຈ້ງ​ໃຫ້​ຮັບ​ຊາບ​ຕາມ​ພາຍຫຼັງ. ການ​ແຂ່ງຂັນ​ເຕະບານ​ຍິງ ຊິງ​ແຊັມ​ອາ​ຊຽນ ເລີ່ມ​ມາ​ແຕ່​ປີ 2004 ຈັດ​ມາ​ແລ້ວ 12 ຄັ້ງ ທີມ​ຊາດ​ລາວ ເຂົ້າ​ຮ່ວມ​ມາ​ແຕ່​ປີ 2007 ແລະ ບໍ່​ພ້ອມ​ເຂົ້າ​ຮ່ວມ​ໄລຍະ​ໜຶ່ງ​ຄື​ປີ 2016–2019 ລວມ​ແລ້ວ ເຕະບານ​ຍິງ ທີມ​ຊາດ​ລາວ ເຂົ້າ​ຮ່ວມ​ຮອບ​ສຸດ​ທ້າຍ​ມາ​ແລ້ວ 7 ຈາກ 12 ຄັ້ງ ຜົນງານ​ດີ​ທີ່​ສຸດ ໄດ້​ທີ ປີ 2011 ແລະ 2012, ຄັ້ງ​ຫຼ້າ​ສຸດ​ປີ 2022 ທີ່​ຟີ​ລິບ​ປິນ ຕົກ​ຮອບ​ແບ່ງ​ກຸ່ມ. ສ່ວນ​ທີມ​ທີ່​ໄດ້​ແຊັມ​ລາຍການ​ນີ້​ຫຼາຍ​ສຸດ​ແມ່ນ ໄທ 4 ສະໄໝ, ຫວຽດນາມ 3 ສະໄໝ, ມຽນ​ມາ 2 ສະໄໝ, ຟີ​ລິບ​ປິນ 1 ສະໄໝ ແລະ ເປັນ​ແຊັມ​ຫຼ້າ​ສຸດ, ນອກຈາກ​ນີ້ ຍັງ​ມີ ອົດ​ສະ​ຕຣາ​ລີ ແລະ ຍີ່ປຸ່ນ ກໍ​ໄດ້​ຊາດ​ລະ 1 ສະໄໝ ໃນ​ຖານະ​ຖືກ​ເຊີນ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ລາຍການ​ດັ່ງກ່າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ