ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ບົດບາດ​ ຂອງກອງ​ທຶນ​ສະຫະພັນ​ແມ່ຍິງ​ ກອງບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ນັບ​ມື້​ພົ້ນ​ເດັ່ນ
ເວລາອອກຂ່າວ: 2024-12-03 09:16:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 930 | ຄວາມນິຍົມ:



ສະຫາຍ ພັນ​ໂທ ນາງ ດວງ​ມາລາ ຈັນທະ​ລາ ຮອງຫົວ ໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ບັນຊາ​ການ​ທະຫານແຂວງ ບໍ​ລິ​ຄຳ​ໄຊ ໄດ້​ໃຫ້​ຮູ້​ວ່າ: ວຽກ​ງານກອງ​ທຶນ​ແມ່ນ​ວຽກ​ງານ ໜຶ່ງທີ່​ສຳຄັນ ເຊິ່ງ​ຕິດ​ພັນ​ກັບ​ວຽກ​ງານ​ຂະ​ບວນ​ການ 3 ດີ​ ຂອງ​ສະຫະພັນ​ແມ່ຍິງ ແລະ ນອນຢູ່ໃນ​ແຜນພັດທະນາ​ແມ່ຍິງ​ ກອງ​ບັນຊາ​ການທະຫານ​ແຂວງ 5 ​ປີ (2021-2025) ໂດຍ​ຈັດ​ຕັ້ງ​ຜັນ​ຂະຫຍາຍ 8 ແຜນ​ງານ 34 ໂຄງການ​ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ແລະ ແຜນ​ພັດທະນາ​ສະຫະພັນ​ແມ່ຍິງ​ແຂວງ ມາ​ເປັນແຜນພັດທະນາ​ແມ່ຍິງ​ຂັ້ນ​ຂອງ​ຕົນ ເພື່ອແນໃສ່​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ສາມາດ​ກຸ້ມ​ຕົນ​ເອງ, ເພິ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງດີ​ຂຶ້ນ​ເລື້ອຍໆ. ກອງ​ທຶນ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ຂອງພະ​ແນກ​ສະຫະພັນແມ່ຍິງ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ປະກອບ​ມີ​ຄະນະ​ຮັບຜິດຊອບ ແລະ ອະນຸ​ກຳມະການ 17 ສະ ຫາຍ ໃນ​ໄລຍະ​ຜ່ານ​ມາ, ຄະນະ​ ຮັບຜິດຊອບ​ກອງ​ທຶນ ໄດ້​ເອົາໃຈ ໃສ່​ບໍລິຫານ​ກອງ​ທຶນ​ດ້ວຍ​ຄວາມ​ໂປ່ງ​ໃສ, ຍຸຕິ​ທຳ, ໄດ້​ສຶກ​ສາ​ອົບຮົມ​ໃຫ້​ສະມາຊິກ​ກອງ​ທຶນ ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງ​ທຶນ​ຢ່າງ​ເຂັ້ມ​ງວດ ເຮັດ​ໃຫ້​ກອງ​ທຶນ​ນັບ​ມື້​ເຕີບ​ໃຫຍ່​ຂະຫຍາຍຕົວ ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປະໂຫຍດ​ມາສູ່​ສະມາຊິກ​ກອງ​ທຶນ ເປັນຕົ້ນ​ແມ່ນ ສະມາຊິກ​ກອງ​ທຶນ​ໄດ້​ກູ້​ຢືມ​ໃນ​ອັດຕາ​ດອກ​ເບ້ຍ​ຕ່ຳ ເພື່ອ​ນຳໄປ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ, ໄປ​ເປັນ​ທຶນ​ການ​ສຶກ​ສາ​ໃຫ້​ລູກ​ຫຼານ, ໄປ​ປຸກ​ສ້າງ​ທີ່ຢູ່​ອາໄສ, ສ້າງ​ເສດຖະກິດ​ຄອບຄົວ ແລະ ອື່ນໆ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ສະມາຊິກ​ກອງ​ທຶນ ກໍ​ຄືຂອງ​ພະນັກງານ-ນັກຮົບ ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ປັດຈຸບັນ, ກອງ​ທຶນ​ດັ່ງກ່າວ ມີ​ສະມາຊິກທັງ​ໝົດ 2.452 ສະຫາຍ, ເພດຍິງ 1.299 ສະຫາຍ, ໃນ​ສົກ 2023-2024 ສະມາຊິກກອງ​ທຶນຝາກ​ເພີ່ມ​ຂຶ້ນ 121 ສະຫາຍ, ມີ​ເງິນ​ຝາກ​ທັງ​ໝົດ 4.037.163.000 ກີບ ແລະ ໄດ້​ຮັບ​ດອກ​ເບ້ຍ​ຈາກ​ການ​ປ່ອຍ​ກູ້​ຈຳນວນ 492.952.404 ກີບ. ຂໍ້​ມູນ​ດັ່ງກ່າວ ຖືກ​ເປີດເຜີຍ​ໃນ​ໂອກາດ​ທີ່​ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ບັນຊາ​ການ​ທະຫານ ​ແຂວງ​ບໍ​ລິ​ຄຳ​ໄຊ ສະຫຼຸບ​ການ ເຄື່ອນໄຫວ​ວຽກ​ງານ​ກອງ​ທຶນ​ຊ່ວຍເຫຼືອ ​ເຊິ່ງ​ກັນ ແລະ ກັນ ປະ ຈຳ​ສົກ 2023-2024 ຈັດ​ຂຶ້ນ​ໃນ​​ບໍ່​ດົນ​ຜ່ານ​ມາ, ໂດຍ​ການ​ເປັນ​ປະທານ​ ຂອງສະຫາຍ ພັນ​ເອກ ຈັນ​ນີ ສີ​ສຸກ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ບໍ​ລິ​ຄຳ​ໄຊ, ມີ​ ສະຫາຍ ພັນ​ໂທ ນາງ ຄຳ​ຜາຍ ຈັນທະ​ປັນ ຍາ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ບັນຊາ​ການ​ທະຫານ​ແຂວງ ແລະ ຄະນະ​ຮັບຜິດຊອບ​ກອງ​ທຶນ ເຂົ້າ​ຮ່ວມ. ໂດຍ: ນາງ ນ້ອຍ ບານ​ທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ