ເປັນໂອກາດດີທີ່ໄດ້ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ກັບເພື່ອນມິດ
ເວລາອອກຂ່າວ: 2024-12-03 09:17:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 718 | ຄວາມນິຍົມ:
ສະຫາຍ ພັນເອກ ພູວິໄລ ພູມສະຫວັດ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ຄະນະຊີ້ນຳການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ໄດ້ໃຫ້ສຳພາດວ່າ: ການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ໄດ້ຈັດຕັ້ງເຝິກຊ້ອມຮ່ວມກັນມາຫຼາຍຄັ້ງແລ້ວ ເຊິ່ງຄັ້ງທຳອິດແມ່ນ ສປປ ລາວ ເປັນເຈົ້າ ພາບຈັດຂຶ້ນໃນປີ 2022 ແລະ ຄັ້ງທີ 2 ແມ່ນ ສສ ຫວຽດນາມ ເປັນເຈົ້າພາບ ຈັດຂຶ້ນໃນປີ 2023 ຜ່ານມາ, ສ່ວນຄັ້ງທີ 3 ໄດ້ຈັດຂຶ້ນຢູ່ທີ່ຣາຊະອານາຈັກກຳປູເຈຍ ໃນປີ 2024 ນີ້, ໂດຍມີຫົວຂໍ້ວ່າ: “ປະຕິບັດການຊ່ວຍເຫຼືອກອບກູ້ໄພພິບັດອາຄານຖະຫຼົ່ມ” ການເຝິກຊ້ອມຮ່ວມ 3 ກອງທັບ ໃນຄັ້ງນີ້ ກໍເປັນໂອກາດອັນດີ ທີ່ເຫຼົ່າຮົບເສນາຮັກ ຂອງ 3 ປະເທດ ໄດ້ພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນການຈັດຕັ້ງໜ່ວຍແພດກອບກູ້ໄພພິບັດ, ໂຮງໝໍພາກສະໜາມຂັ້ນ 1, ຂັ້ນ 2 ເພື່ອຊ່ວຍເຫຼືອ, ກອບກູ້ຜູ້ບາດເຈັບ ເນື່ອງຈາກໄພພິບັດທຳມະຊາດ. ນອກນັ້ນ, ຍັງເປັນການສ້າງໂອກາດໃຫ້ພະນັກງານຮຸ່ນສືບທອດພົບປະຮູ້ຈັກຮັກແພງ ເຊິ່ງກັນ ແລະ ກັນ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງຄວາມສາມັກຄີອັນດີທີ່ເປັນມູນເຊື້ອ ຂອງ 3 ຊາດອິນດູຈີນ ລາວ, ຫວຽດນາມ, ກຳ ປູເຈຍ. ການເຝິກຊ້ອມກອບກູ້ໄພ ພິບັດຮ່ວມ 3 ກອງທັບ ໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນ ເປັນການຫັດແອບໃຫ້ສາມາດກຳແໜ້ນການປະຕິບັດບັນດາຫຼັກສູດວິຊາສະເພາະການແພດ ໃຫ້ມີຄວາມຊຳນານ ເພື່ອຮັບປະ ກັນການປະຕິບັດໜ້າທີ່ຮ່ວມກັນ ຂອງ 3 ກອງທັບ ເມື່ອມີເຫດ ການໄພພິບັດເກີດຂຶ້ນ. ສຳລັບກຳລັງເຫຼົ່າຮົບເສນາຮັກ ກອງ ທັບປະຊາຊົນລາວ ທີ່ເຂົ້າຮ່ວມການເຝິກຊ້ອມ ໃນຄັ້ງນີ້ ມີທັງໝົດ 30 ສະຫາຍ ກວມເອົາ 2 ສ່ວນ 3 ຂອງກຳລັງເຝິກຊ້ອມທັງໜົດ ຂອງກອງທັບປະຊາຊົນລາວທີ່ ມາຈາກຫຼາຍກົມກອງທີ່ແຕກ ຕ່າງກັນ ເຊັ່ນ: ໂຮງໝໍສູນກາງ 103 ກອງທັບ, ວິທະຍາຄານການແພດ, ວິທະຍາຄານນາຍ ທະຫານບົກ ກົມມະດຳ, ໂຮງໝໍບໍລິເວນ 101 ກອງທັບ, ກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ, ກອງພັນໃຫຍ່ 605, 497, 661 ແລະ ກອງ ພັນໃຫຍ່ 11. ສຳລັບເນື້ອໃນການເຝິກຊ້ອມຂອງເຫຼົ່າຮົບເສນາຮັກ ໄດ້ສົມທົບກັບກຳລັງເສນາຮັກ ຂອງກອງທັບເພື່ອນ ໃຫ້ຊ່ວຍເຫຼືອ ແລະ ກອບກູ້ຜູ້ບາດເຈັບ ເນື່ອງຈາກອາຄານຖະຫຼົ່ມ ໂດຍຈັດຕັ້ງໜ່ວຍແພດສຸກເສີນສົມທົບກັບຊ່າງແສງຊອກຄົ້ນຜູ້ປະສົບໄພ ແລະ ບາດເຈັບຈາກອາຄານຖະຫຼົ່ມ ເພື່ອຊ່ວຍປະຖົມພະຍາບານເບື້ອງຕົ້ນ ແລະ ນຳສົ່ງຜູ້ບາດ ເຈັບດ້ວຍລົດອາບູລັງ ໄປຍັງ ໂຮງໝໍສະໜາມຂັ້ນ 1, 2, 3 ຂັດແຍກຜູ້ເຈັບໜັກ, ກາງ, ເບົາ ເພື່ອປິ່ນປົວສຸກເສີນ ແລະ ນຳສົ່ງຜູ້ບາດເຈັບໜັກດ້ວຍເຮລີຄ໊ອບເຕີ ໄປໂຮງໝໍສະໜາມແນວຫຼັງ ຕາມແຜນການເຝິກຊ້ອມ.
ສະຫາຍ ພັນເອກ ພູວິໄລ ພູມສະຫວັດ ໄດ້ກ່າວຕື່ມອີກວ່າ: ເພື່ອເຮັດໃຫ້ການເຝີກຊ້ອມໃນຄັ້ງນີ້ ສຳເລັດຕາມແຜນການນັກ ເຝິກຊ້ອມ ໄດ້ປະສານສົມທົບແໜ້ນກັບກຳລັງຂອງເພື່ອນມິດ, ຮັກສາຄວາມສາມັກຄີເປັນເອກະພາບ ແລະ ສຸມສະຕິປັນຍາ-ກຳລັງກາຍ ຂອງຕົນ ອົດທົນຜ່ານຜາ ແລະ ນຳໃຊ້ອຸປະກອນ-ເຕັກນິກ ເຂົ້າໃນການເຝີກຊ້ອມຢ່າງສອດຄ່ອງກັບກໍລະນີຕ່າງໆ ທີ່ສ້າງຂຶ້ນ ແລະ ມີຄວາມປອດໄພ 100% ພ້ອມກັນນຳເອົາບົດຮຽນອັນດີ ຈາກເພື່ອນມິດໄປພັດທະນາຕົນເອງ ແລະ ກົມກອງ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ