ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VIຂອງຄະນະພັກຮາກຖານ ກອງພັນ 609
ເວລາອອກຂ່າວ: 2024-12-05 09:14:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 488 | ຄວາມນິຍົມ:
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງຄະນະພັກຮາກຖານ ກອງພັນ 609 ທະຫານແຂວງໄຊຍະບູລີ ໄດ້ໄຂຂຶ້ນ ແລະ ອັດລົງ ໃນວັນທີ 29 ພະຈິກ 2024 ນີ້, ໂດຍການເປັນປະທານຂອງສະຫາຍ ພັນໂທ ຄຳຕັນ ແພງສີດາ ຫົວໜ້າຫ້ອງການ-ບໍລິຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະຊີ້ນຳກອງປະຊຸມ, ເລຂາໜ່ວຍພັກ, ແຂກຖືກເຊີນ ແລະ ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນກົມກອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຍົງ ສີປະເສີດ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ກອງ ພັນ 609 ທະຫານແຂວງໄຊຍະບູລີ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ໂດຍໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ຄະນະພັກຮາກຖານໄດ້ເອົາໃຈໃສ່ນຳພາ-ຊີ້ນຳໃນໄລຍະ 5 ປີຜ່ານມາ ມີຜົນສຳເລັດຫຼາຍດ້ານ ທີ່ປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ພ້ອມນັ້ນ, ຄະນະພັກຍັງໄດ້ຖືສຳຄັນໃນການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຂອງພັກ ໂດຍຖືເອົາການສຶກສາອົບຮົມ ການເມືອງ-ນຳພາແນວຄິດເປັນກົກ ວຽກງານວິຊາສະເພາະເປັນສຳຄັນ ເຮັດໃຫ້ພະນັກງານສະ
ມາຊິກພັກທຸກສະຫາຍມີຄຸນ ສົມບັດສິນທຳປະຕິວັດ ເປັນເຈົ້າການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ. ພ້ອມກັນນີ້, ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງສະມາຊິກພັກໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ໄປພ້ອມກັບການກໍ່ສ້າງພັກ-ພະນັກງານທັງ 3 ຮຸ່ນຢ່າງຕໍ່ເນື່ອງ ເພື່ອສືບທອດປ່ຽນແທນ, ຄະນະພັກຮາກຖານກອງພັນ 609 ປະກອບມີ 4 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກ 112 ສະຫາຍ, ຂະຫຍາຍສະມາຊິກພັກໃໝ່ 27 ສະຫາຍ, ສະມາຊິກພັກໄດ້ຮັບການຍ້ອງຍໍປະເພດຕ່າງໆ ຈາກຂັ້ນເທິງ 87 ສະຫາຍ. ນອກນັ້ນ, ຄະນະພັກຮາກຖານ ຍັງໄດ້ນຳພາ-ຊີ້ນຳພະນັກງານ-ນັກຮົບເອົາໃຈໃສ່ຕໍ່ວຽກງານເພີ່ມພູນຜະລິດຜົນ, ປູກຝັງ-ລ້ຽງສັດ ເພື່ອຮັບປະກັນໃນການສ້າງພະລາທິການກັບທີ່ເຮັດໃຫ້ກຳລັງ ກໍຄືກົມກອງມີຊີວິດການເປັນຢູ່ທີ່ດີຂຶ້ນ ດ້ວຍການປູກຜັກໄດ້ 28.000 ກວ່າໂຕນ, ປູກພືດເປັນສິນຄ້າໄດ້ 250 ໂຕນ, ປູກກ້ວຍ ແລະ ປູກໄມ້ໃຫ້ໝາກໄດ້ 320 ຂຸມ ແລະ ລ້ຽງສັດປີກປະເພດຕ່າງໆໄດ້ຕາມແຜນການ. ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ເພື່ອສືບຕໍ່ນຳພາ-ຊີ້ນຳຕໍ່ໄປ.
ສະຫາຍ ພັນໂທ ຄຳຕັນແພງສີດາ ໄດ້ເນັ້ນໜັກໃຫ້ຄະ ນະພັກຊຸດໃໝ່
ຈົງສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍ, ພ້ອມກັນນຳພາ-ຊີ້ນຳໜ່ວຍພັກ, ສະມາຊິກພັກພາຍໃນກົມກອງປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ດີ ແລະ ມີຜົນສຳເລັດ, ເຮັດວຽກມີແບບແຜນ, ລວມສູນ
ປະຊາທິປະໄຕ, ເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ເອົາໃຈໃສ່ສຶກສາອົບການເມືອງ-ນຳ ພາແນວຄິດໃຫ້ພະນັກງານ-ນັກ ຮົບໃນກົມກອງໃຫ້ເປັນປົກກະຕິ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນພາຍນອກໃຫ້ກວ້າງຂວາງ ຄຽງຄູ່ກັນນັ້ນ, ກໍຕ້ອງສ້າງພະລາທິການກັບທີ່ຕາມທິດ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ໂດຍ: ໄຊຍະສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ