ກອງພົນທີ 3 ເປີດຊຸດອົບຮົມວຽກງານກຽດຕິຍົດ ແລະ ເຈົ້າໜ້າທີ່ຄຸ້ມຄອງລະບຽບແບບແຜນຂອງກອງທັບໄລຍະສັ້ນ
ເວລາອອກຂ່າວ: 2024-12-05 09:18:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 579 | ຄວາມນິຍົມ:
ໃນວັນທີ 25 ພະຈິກ 2024 ນີ້, ກອງພົນທີ 3 ໄດ້ເປີດຊຸດ ອົບຮົມວຽກງານກຽດຕິຍົດ ແລະ ວຽກງານເຈົ້າໜ້າທີ່ຄຸ້ມຄອງລະບຽບຂອງກອງທັບປະ ຊາຊົນລາວ ໄລຍະສັ້ນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສາຍທອງ ປີຊາຈັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 3, ມີສະຫາຍ ພັນຕີ ສຸກສາຄອນ ວົງວິໄຊ ຫົວໜ້າຂະແໜງກອງກຽດຕິຍົດກອງທັບ, ມີ ສະຫາຍໃນຄະນະພັກ-ຄະນະບັນຊາ, ມີນັກວິຊາການມາຈາກກອງກຽດ ຕິຍົດກອງທັບ ພ້ອມດ້ວຍນັກເຝິກອົບຮົມມາຈາກອົງການກົມກອງທົ່ວກອງພົນທີ 3 ເຂົ້າຮ່ວມ.
ສະຫາຍ ພັນໂທ ໄພລັດ ພອນປະສິດ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 3 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍຕົກລົງໃຫ້ກອງພົນທີ 3 ເປີດຊຸດອົບຮົມວຽກງານກຽດຕິຍົດ ແລະ ເຈົ້າໜ້າທີ່ຄຸ້ມຄອງລະບຽບແບບແຜນຂອງກອງທັບປະຊາຊົນລາວ. ຈາກນັ້ນ, ສະຫາຍ ພັນຕີ ບຸດດາ ລັດສະນີ ຮອງຫົວໜ້າພະແນກອົບຮົມກອງພົນທີ 3 ໄດ້ຂຶ້ນຜ່ານ ແຜນການອົບຮົມວຽກງານກຽດ ຕິຍົດ ແລະ ເຈົ້າໜ້າທີ່ຄຸ້ມຄອງລະບຽບແບບແຜນຂອງກອງທັບ, ໃນການອົບຮົມໃນຄັ້ງນີ້ ມີນັກເຝິກອົບຮົມເຂົ້າຮ່ວມທັງໝົດ 85 ສະຫາຍ, ນັກເຝິກອົບຮົມຈະໄດ້ອົບຮົມກ່ຽວກັບສິດໜ້າທີ່ຂອງເຈົ້າໜ້າທີ່ຄຸ້ມຄອງລະບຽບແບບແຜນຂອງກອງທັບ 1 ວັນ, ພິທີການຮັບແຂກຂັ້ນກອງພົນ 1 ວັນ, ພິທີການຊາປະນາກິດສົບ 1 ວັນ, ພິທີປັກຫຼັກ 1 ວັນ, ພິທີປະດັບຫຼຽນໄຊ 1 ວັນ, ພິທີເປີດ-ປິດ 1 ວັນ, ການອົບຮົມຈະໄດ້ດຳ ເນີນໄປເປັນເວລາ 5 ວັນຈຶ່ງຈະສຳເລັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ