ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ມອບ-ຮັບ​ໜ້າທີ່​ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ
ເວລາອອກຂ່າວ: 2024-12-05 09:21:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 393 | ຄວາມນິຍົມ:



​ພິທີ​ມອບ-ຮັບ​ໜ້າທີ່​ ຮອງ​ຫົວໜ້າ ຫ້ອງ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ ໄຊ ໄດ້ຈັດຂຶ້ນໃນ​ວັນ​ທີ 26 ພະ ຈິກ 2024 ນີ້, ໂດຍ​ມີ​ ສະຫາຍ ພັນເອກ ຕຸ້ຍ ພົມ​ມີ​ໄຊ ເລຂາ ​ຄະນະ​ພັກ​ກອງ​ບັນຊາ​ການ, ຫົວ ໜ້າ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ມີ​ຄະ ນະ​ພັກ-ຄະນະ​ບັນຊາ​ຕະຫຼອດ​ຮອດ​ຫົວໜ້າ​-ຮອງ​ຫົວໜ້າພະ​ແນກ​ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງ​ລີ ຈຽງ​ນຸສອນ ກໍາມະການຄະນະ​ພັກ​ກອງ​ບັນຊາ​ການ, ຮອງ​ຫົວໜ້າ​ຫ້ອງ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ (ຜູ້​ເກົ່າ) ໄດ້​ຜ່ານ​ບົດ​ສະຫຼຸບ​ການ​ນຳພາ, ຈັດ​ຕັ້ງເຄື່ອນ​ໄຫວ​ຕະຫຼອດ​ໄລຍະ​ຜ່ານ​ມາ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ທີ່​ຕັ້ງ, ພາລະ​ບົດບາດ​ໃນ​ໜ້າທີ່​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະ ເທດ​ວາງ​ອອກ, ໃນ​ການ​ຊີ້​ນຳ-ນຳພາ​ພະແນກການ ຕະຫຼອດ​ໃນ​ໄລຍະ​ຜ່ານ​ມາ​ ພ້ອມ​ທັງ​ມອບ​ຮັບ​ໜ້າທີ່​​ໃຫ້​ຄະນະ​ພັກ​ຫ້ອງ​ການເມືອງ ​ສືບຕໍ່​ນຳພາ-ຊີ້ນໍາ ​ຈັດ​ຕັ້ງ​ປະຕິບັດ​ໝ້າ​ທີ່​ການເມືອງ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ສົມ​ພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ