ກອງພັນ 302 ສຸມໃສ່ວຽກງານ 4 ປູກ 4 ລ້ຽງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ
ເວລາອອກຂ່າວ: 2024-12-05 09:24:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 491 | ຄວາມນິຍົມ:
ວຽກງານພະລາທິການແມ່ນວຽກງານໜຶ່ງທີ່ສຳຄັນ ໃນການຄຸ້ມຄອງ-ລ້ຽງດູທັບ ເພື່ອຮັບ ປະ ກັນເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໄດ້ກິນອີ່ມນຸ່ງອຸ່ນ, ມີສຸຂະພາບແຂງແຮງ ກຽມພ້ອມປະຕິບັດໜ້າທີ່ ຕາມການມອບໝາຍຂອງຂັ້ນເທິງ. ໃນນີ້, ເວົ້າສະເພາະຢູ່ກອງພັນ 302 ໂຮງຮຽນ 307, ເຊິ່ງຍາມໃດຄະນະພັກ-ຄະນະບັນຊາ ກໍໄດ້ເອົາໃຈໃສ່ປະຕິບັດທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ເພື່ອສູ້ຊົນປະ ຕິບັດບັນດາຕົວເລກຄາດໝາຍແຕ່ລະດ້ານ ໃຫ້ມີຜົນສຳເລັດ ທັງຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃນກົມກອງ ໃຫ້ດີຂຶ້ນເປັນກ້າວໆ.
ສະຫາຍ ພັນຕີ ບຸນແທ່ງ ບຸດດາຮາວ ຮອງຮັບຜິດຊອບວຽກງານພະລາທິການ ກອງພັນ 302 ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງນັ້ນ, ໃນຜ່ານມາ ກໍຄື ປັດຈຸບັນ ຄະນະພັກ-ຄະນະບັນຊາພວກເຮົາ ໄດ້ເອົາໃຈໃສ່ຊີ້ນຳພະນັກງານ-ນັກຮົບພາຍໃນກົມກອງສ້າງພະລາທິການກັບທີ່ ຕາມທິດນຳ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ໃນນີ້, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາ
ອົບຮົມການເມືອງ-ນຳພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງວຽກງານດັ່ງກ່າວ ແລະ ພ້ອມກັນຈັດຕັ້ງຜັນຂະ ຫຍາຍເຂົ້າໃນຊີວິດປະຈຳວັນ ດ້ວຍຄວາມຮັບຜິດຊອບສູງ, ສະແດງອອກໃນໜຶ່ງປີຜ່ານມາ ກົມກອງສາມາດປູກຜັກຕາມລະດູການເກັບກູ້ໄດ້ 12.000 ກິໂລກຣາມ, ລ້ຽງງົວ 7 ໂຕ, ລ້ຽງໝູ 13 ໂຕ, ລ້ຽງກົບ, ປາ, ໄກ່ ແລະ ເປັດ ອີກຈຳນວນຫຼາຍ, ສາມາດຕອບສະໜອງດ້ານຊີ້ນ-ປາ ແລະ ພືດຜັກຕ່າງໆ ໄດ້ 75% ຂຶ້ນໄປ, ໂດຍສະເພາະຊີ້ນໝູ ຮັບປະກັນໄດ້ 100%. ຜ່ານການເພີ່ມພູມຜະລິດຜົນ ປູກຝັງ-ລ້ຽງສັດ ສາມາດສ້າງລາຍຮັບໄດ້ເກືອບ 300 ລ້ານກີບ.
ສະຫາຍ ຍັງໃຫ້ຮູ້ຕື່ມອີກວ່າ: ສຳລັບແຜນການໃນຕໍ່ໜ້າ ຄະນະພັກ-ຄະນະບັນຊາພວກເຮົາ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈວຽກງານ 4 ປູກ 4 ລ້ຽງ, ເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນທີ່ມີພາຍໃນກົມກອງ ເພື່ອທຳການຜະລິດໃຫ້ໄດ້ຫຼາຍກວ່າເກົ່າ, ເອົາໃຈໃສ່ຕໍ່ວຽກງານຜະລິດແກ້ໄຂ້ຊີວິດການເປັນຢູ່ພາຍໃນກົມກອງ ດ້ວຍການປຸກລະດົມຊຸກຍູ້ບັນດາພະແນກ, ຂະແໜງ ແລະ ອົງການຈັດຕັ້ງມະຫາຊົນ ປູກພືດຜັກຕາມລະດູການ ແລະ ລ້ຽງສັດປະເພດຕ່າງໆ ຕາມເງື່ອນໄຂຕົວຈິງ ເພື່ອສະໜອງຊີ້ນ-ປາ ເຂົ້າເຮືອນຄົວລວມ ໃຫ້ບັນລຸຕາມຄາດໝາຍ ແລະ ຂາຍແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບພາຍໃນໂຮງຮຽນ, ສືບຕໍ່ປັບປຸງກໍ່ສ້າງສະຖານທີ່ຄ້າຍຄູ ໃຫ້ແໜ້ນໜາຖາວອນ ເພື່ອຮັບປະກັນໃຫ້ກົມກອງເຮັດສຳເລັດໜ້າທີ່ ຕາມການມອບໝາຍຂອງຂັ້ນເທິງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ