ປະກາດການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ຢູ່ກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2024-12-05 15:35:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 800 | ຄວາມນິຍົມ:
ວັນທີ 3 ທັນວາ 2024 ນີ້, ໄດ້ປະກາດການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ຢູ່ກົມໃຫຍ່ເສນາທິການກອງທັບ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງໜ້າບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານຢູ່ກົມໃຫຍ່ເສນາທິການກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນການປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ພົມມະລີ ລາດສະບຸດ ເປັນຮອງຫົວໜ້າການທະຫານໂຮງຮຽນ, ທັງເປັນຫົວໜ້າພະແນກອົບຮົມໂຮງຮຽນເຫຼົ່າຮົບຊ່າງແສງ 506, ກົມໃຫຍ່ການເມືອງກອງທັບ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ສີລາທອງ ບຸນມີໄຊ ເປັນຫົວໜ້າພະແນກເຄມີ-ສິ່ງແວດລ້ອມ ກົມເຄມີສາດ, ສະຫາຍ ພັນໂທ ຖາວອນ ສອນຄໍາພິຈິດ ເປັນຫົວໜ້າພະແນກເຕັກນິກ ກົມເຄມີສາດ, ສະຫາຍ ພັນຕີ ວັນເພັງ ຄໍາລື ເປັນຮອງຫົວໜ້າພະແນກເຄມີ-ສິ່ງແວດລ້ອມ ກົມເຄມີສາດ, ສະຫາຍ ພັນຕີ ອັດຕະພອນ ມາໄລທອງ ເປັນຮອງຫົວໜ້າພະແນກເຕັກນິກ ກົມເຄມີສາດ, ສະຫາຍ ພັນຕີ ໂພໄຊ ສີພັນທອງ ເປັນຮອງຫົວໜ້າພະແນກສູ້ຮົບ-ອົບຮົມ ກົມເຄມີສາດ, ສະຫາຍ ພັນໂທ ອຸ່ນຄໍາ ອີ່ສານເພັດ ເປັນຫົວໜ້າພະແນກອົບຮົມ ກົມສື່ສານ, ສະຫາຍ ພັນໂທ ແສງວັນ ຈໍາປາທອງ ເປັນຫົວໜ້າພະແນກເອເລັກໂຕຣນິກ ກົມສື່ສານ, ສະຫາຍ ພັນຕີ ພຸດລະຄອນ ວົງຄໍາສອນ ເປັນຮອງຫົວໜ້າພະແນກເອເລັກໂຕຣນິກ ກົມສື່ສານ, ສະຫາຍ ພັນຕີ ກັນດາວັນ ບຸນມີໄຊ ເປັນຮອງຫົວໜ້າພະແນກພົວພັນຮ່ວມມື ຫ້ອງການກົມໃຫຍ່, ສະຫາຍ ຮ້ອຍເອກ ໄມຈັນ ແກ້ວໄຊພອນ ເປັນຮອງຫົວໜ້າພະແນກສໍາເນົາເອກະສານ ຫ້ອງການກົມໃຫຍ່, ສະຫາຍ ພັນໂທ ສອນສັກ ແສງຄໍາຢອງ ເປັນຫົວໜ້າການທະຫານ ກອງພັນຊ່າງແສງ 511, ສະຫາຍ ພັນໂທ ວິລະຈິດ ເທບເສນາວົງ ເປັນຮອງຫົວໜ້າການເມືອງ ກອງພັນຊ່າງແສງ 511, ສະຫາຍ ພັນໂທ ສີວອນ ໄຊຍະວົງ ເປັນຮອງຫົວໜ້າການທະຫານ ກອງພັນຊ່າງແສງ 511, ສະຫາຍ ພັນໂທ ບຸນທຽນ ວົງຫາຈັກ ເປັນຫົວໜ້າການທະຫານ ກອງພັນຊ່າງແສງ 588, ສະຫາຍ ພັນຕີ ບຸນຍືນ ເລືອງບຸນມີ ເປັນຫົວໜ້າການເມືອງ ກອງພັນຊ່າງແສງ, ສະຫາຍ ພັນໂທ ບົວທອງ ບຸນທຽມ ເປັນຮອງຫົວໜ້າການທະຫານ ກອງພັນຊ່າງແສງ 588, ສະຫາຍ ພັນຕີ ບົວຄໍາ ໄມພິລາພອນ ເປັນຮອງຫົວໜ້າການເມືອງ ກອງພັນຊ່າງແສງ 588, ສະຫາຍ ຮ້ອຍເອກ ຄອນລາສີ ສຸພາພອນ ເປັນຮອງຫົວໜ້າພະແນກອົບຮົມ ໂຮງຮຽນເຫຼົ່າຮົບຊ່າງແສງ, ພ້ອມທັງໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຍົກຍ້າຍນາຍທະຫານຢູ່ ກົມໃຫຍ່ເສນາທິການກອງທັບ ຕົກລົງ: ຍົກຍ້າຍ ສະຫາຍ ພັນໂທ ສີວຽງໄຊ ບົວລະສີມມາ ຮອງຫົວໜ້າການທະຫານ ກອງພັນຊ່າງແສງ 588 ໄປຮັບໜ້າທີ່ໃໝ່ ຢູ່ ກົມຊ່າງແສງ, ສະຫາຍ ພັນໂທ ແກ້ວມະນີ ເພັງບຸນເຮືອງ ຮອງຫົວໜ້າການທະຫານ ກອງພັນຊ່າງແສງ 511 ໄປຮັບໜ້າທີ່ໃໝ່ ຢູ່ ກົມຊ່າງແສງ.
ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຍົກສູງນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເພີ່ມທະວີຄວາມເປັນແບບຢ່າງໃນການປະຕິບັດໜ້າທີ່, ເຝິກຝົນຫຼໍ່ຫຼອມຕົນເອງເປັນແບບຢ່າງທີ່ດີໃນທຸກດ້ານ, ນຳເອົາແນວທາງແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ມາຈັດຕັ້ງເຊື່ອມຊຶມ ສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ພະນັກງານ-ນັກຮົບ, ສຸມເຫື່ອແຮງສະຕິປັນຍາ, ຄວາມຮູ້-ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ, ປັບປຸງກໍ່ສ້າງຄ້າຍ-ຄູກົມກອງໃຫ້ມີບາດກ້າວພັດທະນາຢ່າງຮອບດ້ານ.
ໂດຍ: ເຂັມພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ