ເປີດບໍາລຸງວິຊາລະບຽບພື້ນຖານ ໃຫ້ພະນັກງານອົງການກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2024-12-05 15:52:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 829 | ຄວາມນິຍົມ:
ເປີດບໍາລຸງວິຊາລະບຽບພື້ນຖານບຸກຄົນ, ລະບຽບຮູບແຖວ, ລະບຽບເຄົາລົບລາຍງານ ແລະ ລະບຽບພິທີການ ໃຫ້ພະນັກງານອົງການ ກະຊວງປ້ອງກັນປະເທດ ປະຈໍາປີ 2024, ໄດ້ຈັດຂຶ້ນໃນວັນທີ 4 ທັນວາ 2024, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຫ້ອງການ, ພະແນກການ ແລະ ພະນັກງານ ເຂົ້າຮ່ວມ.
ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງແຜນການ ວ່າດ້ວຍການເປີດບໍາລຸງວິຊາລະບຽບພື້ນຖານບຸກຄົນ, ລະບຽບຮູບແຖວ, ລະບຽບເຄົາລົບລາຍງານ ແລະ ລະບຽບພິທີການໃຫ້ພະນັກງານອົງການກະຊວງປ້ອງກັນປະເທດ ປະຈໍາປີ 2024, ເພື່ອເປັນການປັບປຸງແຜນວິທີເຮັດວຽກ, ການປະສານງານ, ການພົວພັນຂອງຄະນະພັກ-ຄະນະບັນຊາກັບອົງການກົມກອງທີ່ກ່ຽວຂ້ອງ ແລະ ການຈັດຕັ້ງປະຕິບັດຂໍ້ກໍານົດ, ກົດລະບຽບ 7 ລະບອບ 18 ວຽກ, ລະບຽບຮູບແຖວ, ລະບຽບການເຄົາລົບລາຍງານ, ເຄົາລົບເຊິ່ງກັນ ແລະ ກັນ, ລະບຽບການນໍາໃຊ້ເຄື່ອງແບບຂອງກອງທັບໃຫ້ເປັນເອກະພາບໃນທົ່ວກອງທັບປະຊາຊົນລາວ ແລະ ເປັນການເອກະພາບຄືນກ່ຽວກັບລະບຽບພິທີການຕ່າງໆ ໃຫ້ຖືກຕາມຂໍ້ກໍານົດ, ກົດລະບຽບ, ຖືກຕາມຈຸດປະສົງ ແລະ ເປົ້າໝາຍ, ເພື່ອບໍາລຸງຄວາມຮູ້ພື້ນຖານ ດ້ານທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ກ່ຽວກັບຂໍ້ກໍານົດ, ກົດລະບຽບຂອງກອງທັບໃຫ້ແກ່ນາຍ ແລະ ພົນທະຫານທີ່ສັງກັດຢູ່ບັນດາອົງການກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນໃນທົ່ວກອງທັບ ທັງເປັນການຍົກລະດັບ ແລະ ເສີມສ້າງຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດລະບຽບ ເປັນພື້ນຖານໃຫ້ນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມບໍາລຸງສາມາດເຂົ້າໃຈ ແລະ ກໍາໄດ້ກ່ຽວກັບພື້ນຖານທິດສະດີຫຼັກການບາງເນື້ອໃນຂໍ້ກໍານົດ, ກົດລະບຽບ ພ້ອມກັນນີ້, ກໍສາມາດເຮັດທ່າຈັງຫວະຕົວຈິງໄດ້ຢ່າງຖືກຕ້ອງ ແລະ ເອກະພາບເຂັ້ມແຂງ ໜັກແໜ້ນ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທຸກພາກສ່ວນ ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ກຳແໜ້ນທິດສະດີຫຼັກການ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ຍົກສູງຄວາມຮູ້ຄວາມສາມາດ, ເປັນເຈົ້າການປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການໃນການປະຕິບັດຕົວຈິງ ກໍຄືເອົາໃຈໃສ່ເຝິກຊ້ອມຫັດແອບ ຖືເອົາວຽກງານອົບຮົມ-ຫັດແອບເປັນໃຈກາງ ເພື່ອນໍາເອົາບົດຮຽນໄປປັບປຸງກໍ່ສ້າງກົມກອງຂອງຕົນ ໃຫ້ມີຄຸນນະພາບສູງ ສູ້ຊົນເຮັດໃຫ້ການອົບຮົມ-ຫັດແອບບໍາລຸງຊຸດນີ້ ບັນລຸໄດ້ຕາມຄາດໝາຍຂອງຂັ້ນເທິງ ແລະ ໄດ້ຮັບໝາກຜົນສູງ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ