ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ມອບ​ເຄື່ອງ​ກິລາ​ໃຫ້​ສະຫະພັນ​ບານສົ່ງ​ແຂວງ​ສາລະ​ວັນ
ເວລາອອກຂ່າວ: 2024-12-06 09:16:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 942 | ຄວາມນິຍົມ:



ໃນ​ວັນ​ທີ 3 ທັນວາ 2024, ສະຫາຍ ພັນ​ເອກ ສຳລີ ແກ້ວ​ວົງ​ສອງ ຫົວ​ໝ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ໄດ້​ນຳ​ເອົາ​ເຄື່ອງ​ກິລາ ຈຳນວນ 15 ຊຸດ ມາ​ມອບ​ໃຫ້​ສະຫະພັນ​ບານສົ່ງ​ແຂວງ​ສາລະ​ວັນ ​ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ງານ​ມະ​ຫະ​ກຳ​ກິລາ​ນັກຮຽນ​ທີ່​ແຂວງ​ສາລະ​ວັນ​ເປັນ​ເຈົ້າພາບ, ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ​ ໂດຍ​ການ​ກ່າວ​ຮັບ​ໂດຍ ສະຫາຍ ອຳ​ຄາ ແກ້ວ​ມະນີ​ຂັນໄຊ ຮອງ​ຫົວໜ້າ​ສະຫະພັນ​ບານສົ່ງ​ແຂວງ​ສາລະ​ວັນ ພ້ອມ​ດ້ວຍ​ຄະນະ. ສະຫາຍ ອຳ​ຄາ ແກ້ວ​ມະນີ​ຂັນໄຊ ໄດ້​ຕາງໜ້າ​ໃຫ້​ສະຫະພັນ​ກິລາ​ບານສົ່ງ​ແຂວງ​ສາລະ​ວັນ ສະ​​ແດງ​ຄວາມ​ຂອບໃຈ ມາ​ຍັງ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ທີ່​ຍາມ​ໃດ​ກໍ​ເປັນ​ຫ່ວງ​ເປັນ​ໃຍ​ໃຫ້​ຄວາມ​ຊ່ວຍເຫຼືອ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ໃຊ້​ເຄື່ອງ​ດັ່ງກ່າວ​ເຂົ້າ​ໃນ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ກໍ​ຄືຮັບ​ໃຊ້​ໜ້າທີ່​ວຽກ​ງານ​ລວມ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ພອນ​ມະນີ ລັດສະໝີ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ