ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ຂະແໜງ​ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 279 ເຜີຍແຜ່​ເອກະສານ​ມາລະຍາດ​ໃນ​ສັງຄົມ ແລະ ໃນ​ພິທີການ
ເວລາອອກຂ່າວ: 2024-12-06 09:19:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 746 | ຄວາມນິຍົມ:



ຫວ່າງ​ບໍ່​ດົນ​ມາ​ນີ້, ຂະແໜງ​ສະຫະພັນ​ແມ່ຍິງ ກອງພັນໃຫຍ່ 279 ໄດ້​ເຜີຍແຜ່​ເອກະສານ ມາລະຍາດ​ໃນ​ສັງຄົມ​ລາວ ແລະ ໃນ​ພິທີການ, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ບຸນ​ຍັງ ແກ້ວ​ດາມ​ສີ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 279, ມີ​ຄະນະ​ພັກ-ຄະນະ​ບັນຊາ ພະແນກການ, ກອງພັນ, ກອງຮ້ອຍ​ເອກະລາດ, ຂະແໜງ​ສະຫະພັນ​ແມ່ຍິງ, ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ, ພ້ອມ​ດ້ວຍ​ສະ ມາຊິກ​ເອື້ອຍ​ນ້ອງ​ແມ່ຍິງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ສຸກ​ສະ ຫວັນ ເທບ​ພະ​ພອນ ຫົວໜ້າ​ຂະ ແໜງ​ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 279 ໄດ້​ຂຶ້ນ​ເຜີຍແຜ່​ເອກະ ສານ ມາລະຍາດ​ໃນສັງຄົມລາວ ແລະ ໃນ​ພິທີການ ໃນນັ້ນ ມາລະ ຍາດ​ໃນ​ສັງຄົມ​ລາວ ປະກອບ​ມີ: ຄວາມ​ໝາຍ​ຂອງ​ມາລະຍາດ, ມາ ລະຍາດ​ສະແດງ​ອອກ 3 ດ້ານ, ການ​ປະຕິບັດ​ຕົນ​ຢູ່​ໃນ​ສະຖານທີ່​ຕ່າງໆ, ມາລະຍາດ​ທີ່​ຄວນ​ຫຼີກ ເວັ້ນ ແລະ ເອກະສານ​ໃນ​ພິທີການ​ປະກອບ​ມີ: ຄວາມ​ໝາຍ​ຂອງ ພິທີການ, ພິທີການ​ໃນ​ການຖາມ​ ສະບາຍດີ, ການ​ເຂົ້າ​ຮ່ວມ​ງານ​ ລ້ຽງ, ການ​ເຂົ້າ​ຮ່ວມ​ກອງ​ປະ ຊຸມ, ມິດ​ຕິງ, ບາງ​ຫຼັກການ​ໃນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ການ​ກະກຽມ​ຮັບ​ຕ້ອນ​ແຂກ ຫຼື ຄະນະ​ຜູ້​ແທນ​ຕ່າງປະເທດ, ການ​ຕ້ອນ ຮັບ​ແຂກ​ຕ່າງປະເທດ​ ຫຼື​ ຄະນະ​ຜູ້​ແທນ​ຕ່າງປະເທດ​ມາ​ຢ້ຽມຢາມ​ເປັນ​ທາງ​ການ ແລະ ບາງ​ບັນຫາ​ທີ່​ຄວນ​ຫຼີກເວັ້ນ. ທັງນີ້, ກໍເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ ແລະ ສະມາຊິກ​ສະຫະພັນ​ແມ່ຍິງ​ທົ່ວ​ກອງພັນ​ໃຫຍ່ ໄດ້​ຮັບ​ຮູ້ເຂົ້າ ໃຈ​ຢ່າງ​ເລິກເຊິ່ງ​ກ່ຽວ​ກັບ​ທັດສະ ນະ, ມາລະຍາດ​ໃນ​ສັງຄົມ ແລະ ພິທີການ​ຕ່າງໆ​ຂອງ​ແມ່ຍິງ​ລາວ ພ້ອມ​ທັງ​ເປັນ​ການ​ສຶກ​ສາ​ອົບຮົມ​ການເມືອງ-​ແນວ​ຄິດ​ໃຫ້​ເອື້ອຍ​ນ້ອງ​ໃນ​ທົ່ວ​ກົມ​ກອງ​ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ, ຂໍ້​ກຳນົດ​ກົດໝາຍ​ຂອງ​ລັດ, ຂອງ​ກອງທັບ, ສ້າງ​ຄວາມ​ເຊື່ອ​ໜັ້ນ​ຄວາມ​ຕັດ ສິນ​ໃຈ ແລະ ຍົກ​ສູງ​ຄວາມ​ຮັບ ຜິດຊອບ​ຂອງ​ຄະນະ​ໜ່ວຍ​ແຕ່​ລະ​ສະຫາຍ ກໍ​ຄື​ ສະມາຊິກ​ສະຫະພັນ​ແມ່ຍິງ​ໃຫ້​ມີ​ຄວາມ​ຮັບຜິດຊອບ ພ້ອມ​ທັງ​ໄປ​ຈັດ​ຕັ້ງ​ໃຫ້​ຖືກຕ້ອງ​ຕາມ​ພາລະ​ບົດບາດ​ຂອງ​ຕົນ, ເອົາໃຈໃສ່​ປຸກລະດົມ​ຂະ​ບວນ​ການ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ໃຫ້​ກວ້າງຂວາງ, ຮັບປະກັນ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ​ສຶບ​ຕໍ່​ຜັນ​ຂະຫຍາຍ​ວຽກ​ງານ​ພັດທະນາ​ໃຫ້​ມີ​ຊີວິດ​ການ ເປັນ​ຢູ່​ດີ​ຂຶ້ນ, ເພື່ອ​ເປັນ​ການ​ປະ ກອບສ່ວນ​ສ້າງ​ກົມ​ກອງ​ໃຫ້​ມີ​ບາດກ້າວ​ຂະຫຍາຍຕົວ ແລະ ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ