ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ​ ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ​ ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ອິນ​ໂດ​ເນ​ເຊຍ​ ປະຈຳ ​ສປປ ລາວ
ເວລາອອກຂ່າວ: 2024-12-06 09:22:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 701 | ຄວາມນິຍົມ:



ວັນ​ທີ 5 ທັນວາ 2024 ນີ້, ທ່ານ ພັນ​ເອກ ເຟືອງ​ໄຊ ມີລາ​ກົງ ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງ ປະເທດ ພ້ອມ​ດ້ວຍ​ຄະນະໄດ້​ໃຫ້ການ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ​ຂອງ ທ່ານ ພັນ​ເອກ ເອ​ໂດ້ ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ອິນ​ໂດ​ເນ​ເຊຍ ປະຈຳ ​ສປປ ລາວ, ໃນ​ໂອກາດ​ທີ່ທ່ານສຳເລັດ​ໜ້າທີ່​ທາງ​ການ​ທູດ​ປ້ອງ​ກັນ​ຊາດ ແລະ ຈະ​ເດີນທາງ​ກັບ​ປະເທດ​ເພື່ອ​ຮັບ​ໜ້າ ທີ່​ໃໝ່. ໂອກາດ​ນີ້, ທ່ານ ພັນ​ເອກ ເຟືອງ​ໄຊ ມີ​ລາ​ກົງ ກໍ​ໄດ້​ກ່າວ​ສະ ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບ​ອຸ່ນ ແລະ ຊົມເຊີຍ​ຕໍ່​ຜົນງານ​ການ​ເຮັດ​ວຽກ​ຂອງ​ ທ່ານ ພັນ​ເອກ ເອ​ໂດ້ ໃນ​ໄລຍະ​ປະຈຳການ​ເຮັດ​ວຽກ​ທາງ​ການ​ທູດ​ປ້ອງ​ກັນ​ຊາດ ຢູ່ ​ສປປ ລາວ, ເຊິ່ງ​ມີ​ຜົນ ງານ​ຫຼາຍ​ອັນ​ທີ່​ພົ້ນ​ເດັ່ນ ຖື​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ແລະ ໃຫຍ່​ຫຼວງ​ໃນ​ການ​ເສີມ​ຂະ ຫຍາຍ​ສາຍ​ພົວພັນ​ການ​ຮ່ວມ​ມື​ ລະຫວ່າງ​ສອງ​ຊາດ, ສອງ​ກອງ ທັບໃຫ້​ນັບ​ມື້​ແໜ້ນ​ແຟ້ນ. ໂອກາດ​ດັ່ງກ່າວ ທ່ານ ພັນ ເອກ ເອ​ໂດ້ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ​ທ່ານ​ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ ພ້ອມ​ທັງ​ກ່າວ​ວ່າ: ໃນ​ໄລຍະ​ຂອງ​ການ​ເຮັດ​ໜ້າທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ອິນ​ໂດ​ເນ​ເຊຍ ປະຈຳ ​ສປປ ລາວ ທີ່​ຜ່ານ​ມາ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຮ່ວມ​ມື​ຢ່າງ​ໃກ້ຊິດຕິດແທດ​ຈາກ​ກອງທັບ​ປະຊາຊົນ​ລາວ ແລະ ລັດຖະບານ​ລາວ ເຊິ່ງ​ຖື​ເປັນ​ການ​ປະກອບສ່ວນ​ເພີ່ມ​ທະວີ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ສອງ​ຊາດ, ສອງ​ກອງທັບ​ອິນ​ໂດ​ເນ​ເຊຍ-ລາວ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ພ້ອມ​ດຽວ​ກັນ​ນີ້, ທ່ານ ເຟືອງ​ໄຊ ມີ​ລາ​ກົງ ໄດ້​ຕາງໜ້າ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ​ລາວ ໃຫ້​ກຽດ​ມອບ​ປະດັບ​ຫຼຽນ​ກາ​ມິດຕະພາບ​ກອງທັບ​ປະຊາຊົນ​ລາວ​ໃຫ້ແກ່​ທ່ານ ພັນ​ເອກ ເອ​ໂດ້ ໃນ​ໂອກາດ​ທີ່​ສຳເລັດ​ໜ້າທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ອິນ​ໂດ​ເນ​ເຊຍ ປະຈຳ ​ສປປ ລາວ ​ເເລະ ມອບ​ຂອງ​ທີ່​ ລະນຶກ​ເພື່ອ​ເປັນ​ການ​ຍ້ອງຍໍ​ຜົນ ງານ​ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ