ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ໜ່ວຍພັກກົມປ້ອງກັນອາກາດສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ X
ເວລາອອກຂ່າວ: 2024-12-06 14:50:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2646 | ຄວາມນິຍົມ:



ວັນທີ 6 ທັນວາ 2024 ນີ້, ໜ່ວຍພັກກົມປ້ອງກັນອາກາດ ໄດ້ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ X, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ, ສະມາຊິກພັກ ກົມປ້ອງກັນອາກາດ ແລະ ແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຄະນະພັກກົມໃຫຍ່ເສນາທິການກອງທັບ, ຫົວໜ້າກົມປ້ອງກັນອາກາດ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວ ໃນຊຸມປີຜ່ານມາທີ່ ຄະນະພັກ-ຄະນະບັນຊາ ກົມປ້ອງກັນພາຍໃນ ໄດ້ຊີ້ນໍາ ແລະ ຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບຢູ່ຂັ້ນກົມ, ກອງພັນໃຫຍ່ ແລະ ກົມກອງຂື້ນກັບຕາມ ແຕ່ລະພາວະວຽກງານກຽມພ້ອມສູ້ຮົບບໍ່ໄດ້ຂາດ, ຕາມຄໍາສັ່ງຂອງຂັ້ນເທິງ, ຈັດຕັ້ງເວນຍາມປ້ອງກັນນ່ານຟ້າໄດ້ເປັນປົກກະຕິ, ເຂັ້ມງວດ, ສາມາດຮັບປະກັນຄວາມສະຫງົບ ປອດໄພ 100%; ຊີ້ນໍາ ແລະ ຈັດຕັ້ງຄະນະຮັບຜິດຊອບໂຄງການ 01728 ຂອງກົມປ້ອງກັນອາກາດ ສົມທົບກັບເຫຼົ່າຮົບອື່ນໆ ລົງຊີ້ນໍາ ກວດກາກົມກອງປ້ອງກັນອາກາດເຂດພາກກາງ, ພາກໃຕ້ ເຂົ້າຮວ່ມປ້ອງກັນຊາຍແດນພາກໃຕ້ ເຂດສາມຫຼ່ຽມ ມໍລະກົດ ຕາມຄວາມມຸ້ງປະສົງສູ້ຮົບຂອງຂັ້ນເທິງ, ຜ່ານມາສາມາດເຮັດສໍາເລັດໜ້າທີ່ຕາມຂອບເຂດກົມກອງເຫຼົ່າຮົບຮັບ ຜິດຊອບ ມີຜົນສໍາເລັດດີ; ລົງກວດກາວຽກງານຮອບດ້ານ ຢູ່ບັນດາກົມກອງປ້ອງກັນອາກາດ ຂຶ້ນກັບບັນດາກອງພົນ, ກອງບັນຊາການທະຫານແຂວງເຂດພາກເໜືອ, ພາກກາງ ແລະ ພາກໃຕ້ ສຳເລັດຕາມແຜນການ; ໄດ້ຊີ້ນໍາບັນດາກົມກອງຂຶ້ນກັບເຫຼົ່າຮົບປ້ອງກັນອາກາດ ທີ່ເຂົ້າຮວ່ມປ້ອງກັນທາງອາກາດ-ໜ້າດິນ ໃນໂອກາດ ວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ປ້ອງກັນກອງປະຊຸມໃຫຍ່ຕ່າງໆ ຂອງພັກ-ລັດຖະບານ, ແຂກການນໍາຂອງຕ່າງປະເທດ ພິເສດ ຊີ້ນໍາກົມກອງປ້ອງກັນງານມະຫາກໍາກິລາແຫ່ງຊາດ ແຂວງຊຽງຂວາງ ມີຄວາມສະຫງົບປອດໄພ 100%. ຈາກນັ້ນ ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນ ແລະ ບົດສະເໜີໃສ່ບົດລາຍງານການເມືອງທັງສອງພາກ ພ້ອມທັງໃຊ້ສິດປະຊາທິປະໄຕຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ໄດ້ຮັບຮອງເອົາສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ພູຄໍາ ຄໍາທອງໃບ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນໂທ ວຽງໄຊ ແກ້ວມະນີ, ສະຫາຍ ພັນໂທ ອອດໄຊ ຈໍາປາພັນ ແລະ ສະຫາຍ ພັນຕີ ພູເພັດ ທ່ຽງທໍາ ເປັນກໍາມະການ. ໂດຍ:ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ