ເປີດຊຸດອົບຮົມ ວຽກງານບັນຊາເສນາເຕັກນິກ ຊຸດທີ I ທົ່ວທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2024-12-09 08:51:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 383 | ຄວາມນິຍົມ:
ພິທີເປີດຊຸດອົບຮົມວຽກງານບັນຊາເສນາເຕັກນິກ ໄລຍະສັ້ນ ຊຸດທີ I ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 4 ທັນວາ 2024, ຢູ່ທີ່ຫ້ອງປະຊຸມຂອງກອງພັນ 415 ກອງບັນຊາການທະຫານແຂວງຫຼວງພະບາງ. ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄຳບົງ ໄຊຍະວົງສາ ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາ ອົງການ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳໝັ້ນ ຈັນໄຕ ຫົວໜ້າພະແນກແຜນການເຕັກນິກ ໄດ້ຜ່ານແຜນການອົບ ຮົມ ໃຫ້ຮູ້ວ່າ: ເອກກະສານທີ່ນຳມາອົບຮົມໃນຄັ້ງນີ້ ປະກອບມີຂໍ້ກຳນົດ, ທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດໜ້າທີ່ຂອງຂະແໜງ
ການເຕັກນິກແຕ່ລະຂັ້ນໃນກອງ ທັບປະຊາຊົນລາວ, ຮັບປະກັນວຽກງານເຕັກນິກຫັນພາວະກຽມພ້ອມສູ້ຮົບ, ຮັບປະກັນເຕັກນິກໃຫ້ແກ່ການສູ້ຮົບ, ອົບ ຮົມການຈັດຕັ້ງປະຕິບັດ ແລະ ກວດກາການປະຕິບັດລະບອບວັນເຕັກນິກຂອງກົມກອງ, ວຽກງານຄຸ້ມຄອງປົກປັກຮັກສາ, ການນຳໃຊ້, ເກັບມ້ຽນລົດ-ເຮືອ ແລະ ວັດຖຸອາໄຫຼ່ທີ່ມີໃນກົມກອງ, ທິດສະດີພື້ນຖານວຽກງານສ້ອມແປງພາຫະນະ, ເຄື່ອນ
ໄຫວພາກປະຕິບັດວຽກງານສ້ອມແປງພາຫະນະຕົວຈິງ, ປັບປຸງວຽກງານເຕັກນິກອາວຸດຍຸດໂທປະກອນ ຂັ້ນກອງພັນ ແລະ ກອງຮ້ອຍ. ການອົບຮົມຈະດຳເນີນໄປເປັນເວລາ 11 ວັນຈຶ່ງຈະສຳເລັດ.
ສະຫາຍ ພັນເອກ ຄຳບົງ ໄຊຍະວົງສາ ໄດ້ເນັ້ນໜັກໃຫ້ບັນດານັກເຝິກອົບຮົມ ຈົ່ງເຊີດຊູຄວາມຮັບຜິດຊອບເຂົ້າໃສ່ການຄົ້ນຄວ້າຮໍ່າຮຽນ, ກຳແໜ້ນບັນ ດາເນື້ອໃນເອກະສານດ້ວຍຄວາມຮັບຜິດຊອບສູງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ພ້ອມກັນປະຕິບັດລະບຽບຂອງການເຝິກອົບຮົມຢ່າງເຂັ້ມງວດ, ຮັບປະກັນເຮັດໃຫ້ບັ້ນເຝິກອົບຮົມໃນຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້.
ໂດຍ: ບຸນເພັງ ວົງແກ້ວມະນີ
ພາບ: ທອງລິດ ແກ້ວທຸມມາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ