ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ປະກາດ​ການ​ແຕ່ງຕັ້ງ ຢູ່ ກອງ​ປະຕິບັດ​ງານ 206
ເວລາອອກຂ່າວ: 2024-12-09 08:53:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 288 | ຄວາມນິຍົມ:



ວັນ​ທີ 3 ທັນວາ 2024, ຢູ່​ ທີ່​ສະໂມສອນ​ຂອງ​ກອງ​ປະຕິ ບັດ​ງານ 206 ໄດ້​ປະກາດ​ການ ແຕ່ງຕັ້ງ ແລະ ມອບ​ໝາຍ​ໜ້າທີ່​ໃຫ້​ນາຍ​ທະຫານ ກອງ​ປະຕິບັດ​ງານ 206, ໂດຍ​ການ​ເປັນ​ປະທານ​ ຂອງສະຫາຍ ພັນ​ເອກ ວັນ​ທອງ ພົງ​ສະຫວັນ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ, ມີ​ສະຫາຍ ພັນ​ໂທ ບົວ​ສີ ສົມ​ພົນ​ເຮືອງ ຫົວໜ້າ​ກອງ​ປະຕິບັດ​ງານ 206, ມີຜູ້ຕາງໜ້າອົງການ, ພະແນກການ, ​ປກສ ກຸ່ມ ຕະຫຼອດ​ຮອດພາກສ່ວນກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ມີ ພົງພັນ ຮອງ​ຫົວໜ້າ​ພະ​ແນກ​ກໍ່ ສ້າງ​ຮາກ​ຖານ ​ຫ້ອງ​ການເມືອງ ໄດ້​ຜ່ານ​ຄຳ​ສັ່ງ​ຖອນ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ສັ່ງ​ຖອນ ສະຫາຍ ພັນ​ໂທ ຄຳ​ເຕືອງ ດວງ​ມາ​ຫາ ຮອງ​ຫົວໜ້າ​ການ​ທະຫານ ​ກອງ​ປະຕິບັດ​ງານ 206 ໄປ​ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ແລະ ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ນຳ​ສົ່ງ ສະຫາຍ ພັນ​ຕີ ບຸນ​ເພັງ ເສັງ​ວິ​ໄຊ ຊ່ວຍ​ວຽກ​ພະ​ແນກ​ສືບ​ຂ່າວ ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຢູ່ ກອງ​ປະຕິບັດ​ງານ 206. ສະຫາຍ ພັນ​ເອກ ວັນ​ທອງ ພົງ​ສະຫວັນ ໄດ້ສະແດງຄວາມ ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ ແລະ ການເຄື່ອນໄຫວ​ໃນ​ໄລຍະ​ຜ່ານ​ມາ​ ຂອງ​ກອງ​ປະ ຕິບັດ​ງານ 206 ແລະ ບັນດາ​ສະຫາຍ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໜ້າທີ່. ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ, ຂາດ​ບໍ່​ໄດ້ ແລະ ຕ້ອງ​ໄດ້​ເຮັດ​ເປັນ​ປະຈຳ ການ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ແມ່ນ​ປະຕິບັດ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ແລະ ການ​ສ້າງ​ທ່າ​ສະ​ໜາມ 3 ຂັ້ນ ຕິດ​ພັນ​ກັບ ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ຕາມ​ທິດ 3 ສ້າງ, ສືບຕໍ່​ມູນເຊື້ອ​ຄວາມ​ສາມັກຄີ​ຕາມ​ຄຳ​ຂວັນ​ທີ່​ວ່າ: ກອງ ທັບ ກັບ​ປະຊາຊົນ ຄື ປາ ກັບ ນ້ຳ ທີ່​ບໍ່​ມີ​ວັນ​ຕັດ​ແຍກ​ອອກ​ຈາກ​ກັນ​ໄດ້ ແລະ ພ້ອມ​ກັນ​ນຳ​ເອົາ​ທິດ​ທາງ​ແຜນການ​ນຳໄປ​ຈັດ​ຕັ້ງ​ປະ ຕິບັດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໂດຍ: ວັດທະນາ ພັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ