ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບແຕ່ງຕັ້ງ ພະນັກງານ ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ
ເວລາອອກຂ່າວ: 2024-12-09 08:55:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 335 | ຄວາມນິຍົມ:



ໃນບໍ່​ດົນຜ່ານມາ​ນີ້, ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້ແຕ່ງຕັ້ງ​ພະນັກງານ ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຕາມ​ມູນເຊື້ອ ຂອງ​ກອງທັບ ກັບ 4 ບ້ານ​ອ້ອມ​ຂ້າງ, ໂດຍ​ການ​ເປັນ​ປະທານ ​ຂອງ​ສະຫາຍ ພັນ​ເອກ ປອ ສະແຫວງ ແດນ​ນາ​ມົນ ຫົວໜ້າ​ການເມືອງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ, ມີ​ບັນດາ​ຄະນະ​ອະນຸ​ກຳມະການ 4 ຫ້ອງ, 2 ກອງພັນ ແລະ ວິຊາ​ການ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ອຸໄລ​ກອນ ກົມ​ມະ​ເມືອງ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້​ຜ່ານ​ແຜນການ ແລະ ຂໍ້​ຕົກລົງ ຂອງ​ໂຮງ​ຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ພະນັກງານ​ເຄື່ອນ​ໄຫວ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ ຕາມ​ມູນເຊື້ອ​ກອງທັບ ກັບ 4 ບ້ານ​ອ້ອມ​ຂ້າງ​ຄື: ບ້ານ​ຈອມ​ສີ, ບ້ານ​ນາ​ໄຫ, ບ້ານ​ໄຮ່​ຄຳ ແລະ ບ້ານ​ນາ​ຄວາຍ​ໃຕ້, ອີງ​ຕາມ​ມະຕິ​ຕົກລົງ​ຂອງ​ຄະນະ​ພັກ​ເມືອງ​ໄຊ​ເສດ​ຖາ ວ່າ​ດ້ວຍ​ການ​ອະນຸມັດ ໃຫ້​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕາມ​ແບບ​ມູນເຊື້ອ ກັບ 4 ບ້ານ​ອ້ອມ​ຂ້າງ ເຂດ​ກຸ່ມ VI ແລະ ກຸ່ມ VII; ອີງ​ຕາມ ແຜນການ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຕາມ​ມູນເຊື້ອ​ກອງທັບ ກັບ 4 ບ້ານອ້ອມ​ຂ້າງ ຂອງ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ປະຈຳ​ໄຕ​ມາດ 4 ປີ 2024. ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ຕົກລົງ: ແຕ່ງຕັ້ງ​ຄະນະ​ຊີ້​ນຳ​ລວມ 4 ສະຫາຍ ແລະ ແຕ່ງຕັ້ງ​ຄະນະ​ລົງ​ພາກ​ສະໜາມ​ປະຕິບັດ​ຕົວ​ຈິງ​ຢູ່​ບ້ານ​ຮາກ​ຖານ 10 ສະຫາຍ. ໂດຍ: ໂອ​ລິນ ມິ່ງ​ມີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ