ໂຮງຮຽນການທະຫານທ້ອງຖິ່ນແຂວງຈຳປາສັກ ເປີດຮຽນກໍ່ສ້າງນາຍສິບ ຊຸດທີ XV ແລະ ບຳລຸງ 6 ເດືອນ ຊຸດທີ VI
ເວລາອອກຂ່າວ: 2024-12-09 08:58:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 353 | ຄວາມນິຍົມ:
ທ້າຍເດືອນພະຈິກ 2024 ນີ້, ໂຮງຮຽນການທະຫານທ້ອງຖີ່ນແຂວງຈຳປາສັກ ໄດ້ເປີດຊຸດຮຽນກໍ່ສ້າງນາຍສີບ ຊຸດທີ XV ແລະ ບຳລຸງ 6 ເດືອນ ຊຸດທີ
VI ປະຈຳສົກຮຽນ 2024-2025, ໂດຍການເປັນປະທານຂອງ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຈຳປາສັກ, ມີສະຫາຍ ພັນໂທ ທອງມາ ແພງວິໄລສານ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຄະນະອຳນວຍການ, ຄະນະກອງຮ້ອຍນັກຮຽນ, ກົມກອງອ້ອມຂ້າງ, ແຂກທີ່ຖືກເຊີນ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ ທັງ 2 ລະບົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ພູທອງ ໄຊຍະຊຳ ຮັກສາການຮອງຫົວໜ້າຫ້ອງເສນາທິການ, ຫົວໜ້າພະແນກໂຮງຮຽນ ທະຫານແຂວງຈຳປາສັກ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດເປີດຮຽນ ກໍ່ສ້າງນາຍສີບທະຫານຮາບ ຊຸດທີ XV ແລະ ບຳລຸງການທະຫານຂັ້ນພື້ນ ຊຸດທີ VI ຂອງໂຮງຮຽນການທະຫານທ້ອງຖິ່ນແຂວງຈຳປາສັກ ປະຈຳສົກຮຽນ 2024-2025. ຈາກນັ້ນ, ສະຫາຍ ພັນໂທ ສີສະໄໝ ວົງຄຳວັນ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນແຂວງຈຳປາສັກ ໄດ້ຜ່ານແຜນການບຳລຸງການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ VI ແລະ ແຜນການອົບຮົມ-ຫັດແອບກໍ່ສ້າງນາຍສີບ ຊຸດທີ XV. ສຳລັບພະນັກງານບຳລຸງ ແມ່ນພະນັກງານທີ່ຮຽນຈົບວິຊາສະເພາະມາຈາກສາຍລັດທີ່ບໍ່ທັນໄດ້ຜ່ານໂຮງຮຽນນາຍສີບ ແລະ ໂຮງຮຽນວິຊາສະເພາະຂັ້ນຕ່າງໆຂອງກອງທັບ, ສ່ວນນັກຮຽນກໍ່ສ້າງນາຍສີບແມ່ນປະຕິບັດຕາມແຜນການອົບຮົມ-ຫັດແອບ ໃຫ້ໄດ້ຕາມໂຄງການຫຼັກສູດກໍ່ສ້າງນາຍສີບ ລະບົບ 1 ປີ ຂອງກົມໃຫຍ່ເສນາທິການກອງທັບວາງອອກ. ທັງນີ້, ເພື່ອໃຫ້ນັກຮຽນທັງ 2 ລະບົບ ມີຄວາມຮູ້ພື້ນຖານໃນການບັນຊາຂັ້ນຕົ້ນ, ມີແນວຄິດການເມືອງໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ, ມີທັດສະນະຫຼັກໝັ້ນ,ຈຳແນກໄດ້ມິດ ແລະ ສັດຕູ, ຮູ້ບັນຊານຳພາຂັ້ນຈຸ, ໝູ່, ໝວດ, ມີຄວາມສາມາດຮັບຜິດຊອບໜ້າທີ່ວຽກງານຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້.
ໂອກາດນີ້, ສະຫາຍ ສະນັ່ນ ສີພາພົມມະຈັນ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງໄດ້ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ເອົາໃຈໃສ່
ສືກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ຄູ-ອາຈານ ຕະຫຼອດຮອດຄະນະກອງຮ້ອຍ ຕ້ອງໄດ້ເອົາໃຈໃສ່ຍົກສູງ
ຄວາມຮັບຜິດຊອບເປັນເຈົ້າການໃນການຈັດຕັ້ງຊີ້ນຳ, ປັບປຸງການຮຽນ-ການສອນ ໃຫ້ມີຄຸນນະພາບສູງ, ນັກຮຽນແຕ່ລະສະຫາຍຕ້ອງເອົາໃຈໃສ່ເຝິກຝົນຫຼໍ່ຫຼອມ
ຕົນເອງໃນການຄົ້ນຄວ້າຮ່ຳຮຽນບັນດາເນື້ອໃນເອກະສານ, ປະຕິບັດໂມງເວລາ, ລະບຽບການຂື້ນຫ້ອງ, ລົງຫ້ອງ ໃຫ້ຖືກຕ້ອງຕາມຂໍ້ກຳນົດກົດລະບຽບຂອງໂຮງຮຽນ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ ໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ເອົາໃຈໃສ່ຍົກສູງສະຕິຕໍ່ການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບວາງອອກໃຫ້ເຂັ້ມງວດ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ