ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

​ວພກ ເປີດ​ກອງ​ປະຊຸມ​ສະພາ​ວິທະຍາສາດ ຂັ້ນ 2
ເວລາອອກຂ່າວ: 2024-12-09 09:00:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 390 | ຄວາມນິຍົມ:



ໃນທ້າຍເດືອນພະຈິກ 2024 ນີ້ ວິທະຍາຄານ​ພະລາທິການ​ກອງທັບ (​ວພກ) ໄດ້ເປີດ​ກອງ​ປະຊຸມ​ສະພາ​ວິທະຍາສາດ​ ຂັ້ນ 2 ເພື່ອ​ຜ່ານ ແລະ ຮັບຮອງ​ຫົວ​ບົດ​ວິທະຍາ​ນິພົນ ຂອງ​ຫ້ອງ​ປະ​ລີນ​ຍາ​ໂທ ປີ 2, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ປອ ສົມ​ເພັດ ວົງ​ພະຈັນ ຫົວໜ້າ​ການ​ທະຫານ ວພກ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ຄູ ແລະ ພະນັກງານ​ວິຊາ​ການທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ການ​ເປິດ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ຈຸດປະສົງ ເພື່ອ​ພ້ອມ​ກັນ​ຄົ້ນ​ຄວ້າ ​ປຶກສາ​ຫາລື ໃຫ້​ຖືກຕ້ອງ​ຕາມ ຫຼັກການ​ຂໍ້​ກຳນົດ ແລະ ລະບຽບ​ການ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການຈັດຕັ້ງ​ປະຕິບັດ ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ, ມີ​ຄວາມ​ໂປ່ງ​ໃສ, ມີ​ ຄຸນ​ນະ​ພາບ ແລະ ມີ​ປະ​ສິດທິ​ຜົນເພື່ອ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ການ​ຄົ້ນ​ຄວ້​​າ​ວິທະຍາສາດ ແລະ ພັດທະນາ​ເຕັກ​ໂນ​ໂລ​ຊີ​ສາມາດ​ເຊ່ືອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາກົນ. ໂອກາດ​​ນີ້, ຜູ້ແທນກອງ​ປະຊຸມຍັງ​ໄດ້​ຜັດປ່ຽນ​ກັນ​ປະກອບ​ຄຳ​ຄິດເຫັນ​ໃສ່​ບົດ ບົນ​ພື້ນຖານ​ຄວາມ​ເປັນ​ເອກະ​ພາບ​ໃນ​ໝູ່​ຄະນະ ເພື່ອ​ເຮັດ​ໃຫ້​ຫົວ​ບົດ​ດັ່ງກ່າວ​ ມີ​ຄວາມ​ອຸດົມສົມບູນ, ກວ້າງຂວາງ ແລະ ສອດຄ່ອງ​ພາວະ​ວິ​ໄສ​ກັບ​ສະພາບ​ການ​ຕົວ​ຈິງ​ຂອງ​ກອງທັບ​ປະຊາຊົນ​ລາວ​ໃນ​ແຕ່​ລະ​ໄລຍະ. ໂດຍ: ບຸນ​ປອນ ພັນ​ດາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ