ກອງບັນຊາການທະຫານເມືອງຊົນນະບູລີ ແຮກສ່ຽວກັບອຳນາດການປົກຄອງ 3 ບ້ານອ້ອມຂ້າງ
ເວລາອອກຂ່າວ: 2024-12-09 09:02:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 412 | ຄວາມນິຍົມ:
ໃນວັນທີ 29 ພະຈິກ 2024 ນີ້, ກອງບັນຊາການທະຫານແມືອງ
ຊົນນະບູລີ ແຂວງສະຫວັນນະເຂດ ໄດ້ແຮກສ່ຽວກັບອຳນາດການປົກຄອງ 3 ບ້ານອ້ອມຂ້າງຄື: ບ້ານ ໂນນຄູ້, ບ້ານໄຊວົງທິລາດ ແລະ ບ້ານ ໜອງບົວຫຼວງ ໂດຍມີ ສະຫາຍ ພັນໂທ ແຫຼວຄຳ ໄຊຍະສົມບັດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະ ຫານແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ, ມີ ສະຫາຍ ຄຳໃສ ບຸບຜາພັນ ຮອງເຈົ້າເມືອງ ເມືອງ
ຊົນນະບູລີ, ມີຄະນະພັກ-ຄະນະບັນຊາກອງບັນຊາການ ປກຊ- ປກສ ເມືອງ, ພະແນກການທີ່ກ່ຽວຂ້ອງ, ແຂກຖືກເຊີນຕະ ຫຼອດຮອດອຳນາດການປົກ ຄອງທັງ 3 ບ້ານ ເຂົ້າຮ່ວມ.
ສະຫາຍ ພັນໂທ ລຳພັນ ເລື່ອນແສງດີ ຫົວໜ້າການເມືອງກອງບັນຊາການທະຫານເມືອງຊົນນະບູລີ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍ ການກໍ່ສ້າງຮາກຖານຕາມມູນ ເຊື້ອ ແລະ ແຮກສ່ຽວ ລະຫວ່າງ ກອງທັບກັບອຳນາດການປົກ ຄອງທ້ອງຖິ່ນ ຕາມຂອບເຂດກົມກອງຮັບຜິດຊອບ. ຈາກນັ້ນ, ຕາງໜ້າຄະນະພັກ-ຄະນະບັນ ຊາກອງບັນຊາການທະຫານ ເມືອງ ແລະ ສະຫາຍ ເລຂາພັກທັງ 3 ບ້ານໄດ້ລາຍງານຈຸດພິເສດທີ່ຕັ້ງຂອງກົມກອງ ແລະ ບ້ານ ໂດຍຫຍໍ້ ພ້ອມທັງສະຫຼຸບໄລຍະການສ້າງບ້ານແຮກສ່ຽວ ໃນໄລຍະຜ່ານມາ ຕໍ່ຂົງເຂດວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງ 3 ບ້ານ ມີຄວາມສະຫງົບດີ ຍ້ອນອຳນາດການປົກຄອງຂັ້ນເມືອງ, ກຸ່ມບ້ານ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳສຶກອົບຮົມວຽກງານເມືອງ-ນຳພາແນວຄິດໃຫ້ປະຊາຊົນເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ປະຕິບັດກົດໝາຍຂອງລັດ. ດ້ານວຽກງານການແກ້ໄຂຊີວິດການເປັນຢູ່ຖືເອົາການປູກຝັງ ແລະ ລ້ຽງ ສັດ ເປັນອາຊີບຕົ້ນຕໍ ແລະ ບໍລິການຂາຍເຄື່ອງຍອຍໜູນໜິບການພັດທະນາເສດຖະກິດຂອງບ້ານໄດ້ດີຂຶ້ນ. ຈາກນັ້ນ, ຍັງໄດ້ຜ່ານຂໍ້ລົງຕົກຂອງກອງບັນຊາການທະຫານແຂວງສະຫວັນນະເຂດ ວ່າດ້ວຍການຮັບຮອງເອົາບ້ານແຮກສ່ຽວລະຫວ່າງ ກອງບັນຊາການທະຫານເມືອງ ຊົນນະບູລີ ກັບບ້ານໂນນຄູ້, ບ້ານໄຊວົງທິລາດ ແລະ ບ້ານ ໜອງບົວຫຼວງ ເມືອງຊົນນະບູລີ ພ້ອມທັງເຊັນບົດບັນທຶກ ຕື່ມອີກ.
ໂດຍ: ຄຳໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ