ປະກາດການແຕ່ງຕັ້ງ ຫົວໜ້າຫ້ອງການ ແລະ ກໍາມະການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ
ເວລາອອກຂ່າວ: 2024-12-09 15:50:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2481 | ຄວາມນິຍົມ:
ພິທີປະກາດການແຕ່ງຕັ້ງ ກໍາມະການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ແລະ ຫົວໜ້າຫ້ອງການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ, ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2024 ນີ້, ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນໂທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ, ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ,ເຈົ້າແຂວງ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ, ມີ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ,ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.
ໃນພິທີ, ເຈົ້າແຂວງ ແຂວງສະຫວັນນະເຂດ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ແລະ ວຽກງານການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ຄະນະກໍາມະການ ປກຊ-ປກສ ແລະ ອົງການປົກຄອງແຂວງ ໄດ້ຕັ້ງໜ້ານໍາພາ ວຽກງານຮອບດ້ານ ໂດຍການຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ; ໄດ້ຫັນເອົາພະນັກງານການນຳຫຼັກແຫຼ່ງຂອງແຂວງ, ເມືອງ-ນະຄອນ ແລະ ໜ່ວຍງານວິຊາສະເພາະລົງກໍ່ສ້າງຮາກຖານການເມືອງເປັນປະຈໍາປົກກະຕິ, ເອົາໃຈໃສ່ກວດກາ, ຄຸ້ມຄອງ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ການສ້າງກໍາລັງກອງຫຼອນ, ປກສ ບ້ານໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ,ປຸກລະດົມພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ມີສ່ວນຮ່ວມເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ເຮັດໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໜ້າທີ່ຂອງທົ່ວປວງຊົນຮອບດ້ານ. ສາມາດຮັບປະກັນເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວ, ວັດທະນະທໍາ-ສັງຄົມໄດ້ຮັບການພັດທະນາໄປຄຽງຄູ່ກັນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກສູງດີຂຶ້ນເປັນກ້າວໆ. ພ້ອມດຽວກັນນັ້ນ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ກຳມະການຄະນະປະຈໍາພັກແຂວງ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໃນໄລຍະຜ່ານມາຂອງຄະນະກຳມະການ ປກຊ-ປກສ ແຂວງສະຫວັນນະເຂດ ໂດຍຍົກໃຫ້ເຫັນການແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມເຮັດໃຫ້ສະພາບທົ່ວແຂວງສະຫວັນນະເຂດມີຄວາມສະຫງົບປອດໄພໂດຍພື້ນຖານ.
ຈາກນັ້ນ , ສະຫາຍ ພົນຈັດຕະວາ ທອງບຸນ ຂຸນລະພິດ ຮອງຫົວໜ້າຫ້ອງການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຜ່ານ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ເລກທີ 294 / ຄລສພ, ລົງວັນທີ 14 ພະຈິກ 2024 ວ່າດ້ວຍການຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ພັນວິໄລ ລາດສະຍົນ ເປັນກໍາມະການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ແລະ ຜ່ານມະຕິຕົກລົງຂອງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ເລກທີ70/ຄລສພ ລົງວັນທີ 8 ພະຈິກ 2024 ວ່າດ້ວຍການຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ທອງວັນ ບຸດດາວົງ ຮອງຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງສະຫວັນນະເຂດ ເປັນຫົວໜ້າຫ້ອງການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ.
ໂອກາດນີ້, ສະຫາຍ ພົນໂທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ, ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ແລະ ຫົວໜ້າຫ້ອງການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ຄົນໃໝ່ ຈົ່ງພ້ອມກັນອຸທິດຕົນປະຕິບັດໜ້າທີ່ຕາມການມອບໝາຍໃຫ້ດີທີ່ສຸດຕາມຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງພັກ-ລັດ, ສືບຕໍ່ຊຸກຍູ້ວຽກງານ ປກຊ-ປກສ ຢູ່ຂັ້ນຮາກຖານເມືອງ, ຈຸດສຸມກຸ່ມບ້ານຕ່າງໆ ກໍຄື ໃນທົ່ວແຂວງໃຫ້ມີຄວາມເຂັ້ມແຂງ ເພື່ອຮັບປະກັນເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ,ເສດຖະກິດມີການພັດທະນາ ແລະ ຂະຍາຍຕົວຂຶ້ນເປັນກ້າວໆ.
ພາບ-ຂ່າວ:ຮ້ອຍໂທ ວິລະພົງ ເທບໂພ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ