ຂະບວນການອອກແຮງງານລວມ ຂອງຊາວໜຸ່ມ-ສະຫະພັນແມ່ຍິງ ກອງພົນທີ 3
ເວລາອອກຂ່າວ: 2024-12-10 09:13:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 458 | ຄວາມນິຍົມ:
ວັນທີ 5 ທັນວາ 2024 ນີ້, ຊາວໜຸ່ມ-ສະຫະພັນແມ່ຍິງ ກອງພົນທີ 3 ໄດ້ສ້າງຂະບວນການອອກແຮງງານລວມ ນຳພາໂດຍ ສະຫາຍ ພັນໂທ ຄຳຕຸ່ນ ຈັນວິໄລ ຫົວໜ້າພະແນກຊາວໜຸ່ມ ແລະ ສະຫາຍ ພັນໂທ ນາງ ໄມເພັດ ວິໄລວັນ ຫົວໜ້າພະແນກສະຫະພັນແມ່ຍິງ ໃນນີ້, ສະມາຊິກຊາວໜຸ່ມ-ສະຫະພັນແມ່ຍິງໃນທົ່ວກອງພົນ ໄດ້ພ້ອມພຽງຮຽງໜ້າກັນອະນາໄມເກັບຂີ້ເຫຍື້ອຕາມຮ່ອງ ນ້ຳ ແລະ ຕັດຫຍ້າລຽບຕາມແຄມທາງແຕ່ໜ້າປະຕູໂຂງຈົນຮອດເດີ່ນກິລາບານເຕະ, ການອອກແຮງງານດຳເນີນໄປເປັນເວລາ 1 ຕອນ ໄດ້ສຳເລັດຕາມຄາດໝາຍ.
ທັງນີ້, ເພື່ອເຮັດໃຫ້ສະຖານທີ່ຄ້າຍຄູມີຄວາມສະອາດຈົບງາມເປັນຄ້າຍຄູສີຂຽວ ທັງເປັນການສ້າງຂະບວນການເພື່ອຂ່ຳນັບຮັບຕ້ອນວັນທີ່ມີຄວາມໝາຍຄວາມສຳຄັນຕ່າງໆຂອງຊາດ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ອົງຄະນະພັກ ກອງພົນທີ 3 ຄັ້ງທີ VII ທີ່ຈະໄຂຂຶ້ນໃນມໍ່ໆ ນີ້.
ໂດຍ: ລີໂດ ດວງສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ