ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ຄະນະ​ພັກ​ຮາກ​ຖານ​ ກອງພັນ 410 ທະຫານ​ແຂວງ​ໄຊ​ຍະ​ບູ​ລີ​ ສຳເລັດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX
ເວລາອອກຂ່າວ: 2024-12-10 09:16:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 675 | ຄວາມນິຍົມ:



ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ຄະນະ​ພັກ​ຮາກ​ຖານ​ ກອງພັນ 410 ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ອັດ​ລົງ​ໃນ​ວັນ​ທີ 1 ທັນວາ 2024 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ​ປອ ບຸນ​ຍອງ ດວງ​ດີ ຮອງ​ເລຂາ​ຄະນະ​ພັກ, ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ໄຊ​ຍະ​ບູ​ລີ, ສະຫາຍ ພັນ​ໂທ ໄມ​ໄຊ ແກ້ວ​ແກ່ນ​ຈັນ ເລຂາ​ຄະນະ​ພັກ​ຮາກ​ຖານ ກອງພັນ 410, ມີ​ຄະນະ​ພັກ​ຮາກ​ຖານ, ເລຂາ​ໜ່ວຍ​ພັກ, ແຂກ​ທີ່​ຖືກ​ເຊີນ ແລະ ສະມາຊິກ​ພັກ​ສົມບູນ ແລະ ສຳຮອງ ເຂົ້າ​ຮ່ວມ, ສະຫາຍ ພັນ​ໂທ ໄມ​ໄຊ ແກ້ວ​ແກ່ນ​ຈັນ ໄດ້​ຜ່ານ​ບົດ​ລາຍ​ງານ​ການ ເມືອງ​ທັງ​ສອງ​ພາກ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ໃນ​ໄລຍະ 5 ປີຜ່ານມາ​ ຄະນະ​ພັກ​ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ​ກົມ​ກອງ, ໜ່ວຍ​ພັກ​ທີ່​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VIII ຂອງ​ຄະນະ​ພັກ​ຂັ້ນ​ຂອງ​ຕົນ​ດ້ວຍ​ຜົນສຳເລັດ​ໃນ​ຫຼາຍ​ດ້ານ ເຮັດ​ໃຫ້​ຖັນ​ແຖວ​ພະນັກງານ​ສະມາຊິກ​ພັກ​ ມີ​ຄວາມ​ຮັບ​ຮູ້​ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະເທດ​ຊາດ, ມີ​ສະຕິ​ຕໍ່​ການຈັດຕັ້ງ, ລະບຽບ​ວິໄນ​ເຂັ້ມ​ງວດ, ມີ​ທັດສະນະ​ຫຼັກ​ໝັ້ນ​ຊົນ​ຊັ້ນ​ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ທຸກ​ຂະ​ບວນ​ການ​ວຽກ​ງານ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ເຮັດ​ໃຫ້​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ ​ໄດ້​ຮັບ​ການ​ແກ້​ໄຂ​ຫຼຸດ​ໜ້ອຍ​ຖອຍ​ລົງ ພ້ອມ​ນັ້ນ, ​ໄດ້​ສຸມ​ໃສ່​ປັບປຸງ​ກໍ່ສ້າງ​ຮາກ​ຖານ​ພັກ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ ເປັນ​ໄມ້​ຫຼາ​ວັດແທກ​ຄຸນ​ທາດ​ການເມືອງ​ຂອງ​ສະມາຊິກ​ພັກ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ຈັດ​ຕັງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ໜ້າທີ່​ການເມືອງ​ຂອງ​ພັກ​ປັບປຸງ​ແບບແຜນ​ວິທີ​ນຳພາ ແລະ ກົງຈັກ​ການຈັດຕັ້ງ​ໃຫ້​ຖືກຕ້ອງ​ມີ​ຄວາມ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ເຮັດ​ໃຫ້​ການຈັດຕັ້ງ​ພັກ​ແຕ່​ລະ​ຂັ້ນ​ໄດ້​ຮັບ​ການ​ບູລະນະ​ປັບປຸງ​ດີ​ຂຶ້ນ ແລະ ມີ​ຄວາມ​ສະຫງົບ​ໂດຍ​ພື້ນ​ຖານ, ບົນ​ຈິດໃຈ​ບຸກ​ທະລຸ ໄປ​ຄຽງ​ຄູ່​ກັນ​ນັ້ນ ​ຍັງ​ປະຕິບັດ​ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ກະຕຸກ​ຊຸກ ຍູ້​ສ້າງ​ເງື່ອນໄຂ​ໃນ​ການ​ປູກຝັງ-ລ້ຽງສັດ​ຕາມ​ເງື່ອນໄຂ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ. ກອງ​ປະຊຸມ​​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ພັກ​ຮາກ​ຖານ​ຊຸດ​ໃໝ່ ໂດຍ​ໄດ້​ເລືອກ​ເອົາ ສະຫາຍ ພັນ​ໂທ ໄມ​ໄຊ ແກ້ວ​ແກນ​ຈັນ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ, ສະຫາຍ ພັນ​ໂທ ຄຳ​ຜາຍ ແກ່ນ​ບົວ​ຈັນ ເປັນ​ຮອງ​ເລຂາ, ສະຫາຍ ພັນ​ຕີ ຄຳ​ຈັນ ລັດ​ທະ​ພອນ, ສະຫາຍ ພັນ​ຕີ ບຸນ​ປະເສີດ ຄຳ​ສະຫວາດ ແລະ ສະຫາຍ ຮ້ອຍ​ເອກ ບິກ ກັນ​ທະ​ວົງ ເປັນ​ກຳມະການ. ໂດຍ: ບິກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ