ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາຂຳ່ນັບ​ຮັບ​ຕ້ອນ ວັນ​ສ້າງຕັ້ງ ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ ຄົບຮອບ 70 ປີ
ເວລາອອກຂ່າວ: 2024-12-10 09:20:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 643 | ຄວາມນິຍົມ:



ພິທີ​ປິດ​ການ​ແຂ່ງຂັນ​ກີລາ​ທົ່ວ​ກອງພັນ​ໃຫຍ່​ປືນ​ໃຫຍ່​ໜ້າດິນ 619 ເພື່ອ​ສ້າງ​ຂະ​ບວນການຂຳ່​ນັບ​ຮັບ​ຕ້ອນວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນຄົບຮອບ 70 ປີ (15-12-1954-15-15-2024) ໄດ້ຈັດຂຶ້ນໃນ​ວັນ​ທີ 3 ທັນວາ 2024 ນີ້, ໂດຍການເປັນ​ປະທານ​ຂອງສະຫາຍ ພັນ​ໂທ ແສງວັນ ເກີດ​ທະ​ບູ​ລີ ຫົວໜ້າການ​ທະ ຫານກອງພັນ​ໃຫຍ່​ປືນໃຫຍ່​ໜ້າດິນ 619, ມີ​ຄະນະພັກ-ຄະນະ​ບັນຊາ​ບັນດາ​ພະແນກການ, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ພະນັກງານ-ນັກ ຮົບຕະຫຼອດ​ເຖິງ​ບັນດາ​ຄະນະ​ນຳ, ແລະ ນັກກີລາ​ທົ່ວ​ກອງພັນ​ໃຫຍ່ເຂົ້າ​ຮ່ວມ. ການຈັດຕັ້ງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ກາ​ຍະ​ກຳ​ໃນ​ຄັ້ງ​ນີ້, ເພື່ອເປັນ​ການ​ສ້າງ​ຜົນງານ​ຂຳ່ນັບ​ຮັບຕ້ອນ​ວັນ​ປະຫວັດສາດ​ທີ່​ສຳຄັນຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ​ໂດຍ​ສະເພາະ​ແມ່ນ​ເພື່ອ​ສ້າງຂະ​ບວນ​ການ​ຂຳ່ນັບ​ຮັບ​ຕ້ອນວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າ ຄົບຮອບ 70 ປີ ໃຫ້​ມີ​ບັນຍາກາດ​ຟົດຟື້ນ, ເບິກ​ບານ​ມ່ວນຊື່ນ ແລະ ມີ​ເນື້ອ​ໃນ​ຄວາມ​ໝາຍ​ເລິກເຊິ່ງ. ພ້ອມ​ກັນ​ນີ້​ກໍ​ເປັນ​ການພົບ​ປະ​ສາມັກຄີ​ແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ​ລະຫວ່າງພະແນກການ, ກົມ​ກອງ​ພະນັກງານ- ນັກຮົບ​ໃຫ້​ຮັດ​ແໜ້ນ​ຄວາມ​ສາມັກ​ຄີ​ທັງ​ເປັນ​ການ​ຄັດ​ເລືອກ​ເອົານັກກີລາ​ປະເພດ​ຕ່າງໆ ທີ່​ດີເດັ່ນປະກອບ​ເຂົ້າ​ເປັນ​ທີມ​ນັກກີລາຂອງ​ກອງພັນ​ໃຫຍ່. ການ ​ແຂ່ງຂັນ​ປະກອບ ມີ 7 ປະເພດ​ກີລາ, ຄື: ກິລາ​ບານເຕະ​ຊາຍ, ກິລາ​ບານສົ່ງ​ຊາຍ, ກິລາ​ກະຕໍ້​ຊາຍ, ກິລາ​ເປ​ຕັງ​ປະສົມ​ສາຍ​ທົ່ວ​ໄປ, ກິລາ​ເປ​ຕັງ​ສາຍ​ການ​ນຳ, ກິລາ​ດຶງເຊືອກ, ແລະ ກິລາ​ການ​ທະຫານ, ສຳລັບ​ຜົນ​ການ​ແຂ່ງຂັນ​ກິລາ​ຕົວ​ຈິງ​ທັງ​ໝົດ 07 ປະເພດຄື: ບານເຕະ​ລາງວັນ​ທີ 1 ກອງພັນ​ທີ 3, ລາງວັນ​ທີ 2 ກອງ ຮ້ອຍ​ເອກະລາດ, ບານສົ່ງ​ລາງວັນ​ທີ 1 ພະ​ແນກ​ພະລາທິການ, ທີ 2 ກອງພັນ​ທີ 2, ກະຕໍ້​ຫວາຍ​ລາງວັນ​ທີ 1 ພະ​ແນກ​ເຕັກນິກ, ລາງວັນ​ທີ 2 ກອງຮ້ອຍ​ເອກະລາດ, ເປ​ຕັງ​ສາຍ​ທົ່ວ​ໄປ​ລາງວັນ​ທີ 1 ພະ​ແນກ​ເສນາ​ທິ​ການ, ລາງວັນ​ທີ 2 ກອງພັນ​ທີ 1, ເປ​ຕັງ​ສາຍ​ການ​ນຳລາງວັນ​ທີ 1 ພະ​ແນກ​ເຕັກນິກ, ລາງວັນ​ທີ 2 ກອງຮ້ອຍ 176, ລາງວັນ​ທີ 3 ພະ​ແນກ​ເສນາ​ທິ​ການ, ກິລາ​ດຶງເຊືອກ​ລາງວັນ​ທີ 1 ກອງພັນ​ທີ 1, ລາງວັນ​ທີ 2 ກອງພັນ​ທີ 3, ກິລາ​ນັກຮົບ​ແຂງແຮງລາງວັນ​ທີ 1 ກອງພັນ​ທີ 1 ​ວທ ຂາວ​ພອນ ແກ້ວ​ດວງ​ດີ, ລາງວັນ​ທີ 2 ພະ​ແນກ​ເຕັກນິກ ​ສຕ ສຸດ​ຕາ ຫອມ​ສົມບັດ. ໂດຍ: ພອນ​ປະ​ເສິດ ໂຂງ​ພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ