ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ຫ້ອງ​ພະລາທິການ​ທະຫານແຂວງ​ຫຼວງ​ພະ​ບາງ ປິດ​ການ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2024
ເວລາອອກຂ່າວ: 2024-12-10 09:22:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 576 | ຄວາມນິຍົມ:



ພິທີ​ປິດ​ຊຸດ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ, ພະລາທິການ-ເຕັກນິກ ປະຈຳ​ປີ 2024 ຂອງ​ຫ້ອງ​ພະລາທິການ​ທະຫານ ແຂວງ​ຫຼວງ​ພະ​ບາງ ໄດ້​ຈັດຂຶ້ນ​ ໃນ​ວັນ​ທີ 6 ທັນວາ 2024 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ທອງ​ລາ ໄຊ​ຍະ​ວົງ​ສັກ ຫົວໜ້າ​ຫ້ອງ​ພະລາທິການ​ທະຫານ​ແຂວງ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ ແລະ​ ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ການຈັດຕັ້ງ​ອົບຮົມ-ຫັດ​ແອບຄັ້ງ​ນີ້, ແມ່ນ​ເພື່ອ​ເປັນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ກອງ​ບັນຊາ​ການທະຫານ​ແຂວງຫຼວງ​ພະ​ບາງ ວ່າ​ດ້ວຍ​ ການ​ກໍ່ສ້າງ ແລະ ​ປັບປຸງ​ກຳລັງ​ປ້ອງ​ກັນ​ຊາດ​ການ​ທະຫານ​ທົ່ວ​ແຂວງ ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ເຂັ້ມແຂງ​ໜັກ​ແໜ້ນ ແລະ ຮັບປະກັນ​ກຽມ ພ້ອມ​ເຮັດ​ສຳເລັດ​ໜ້າທີ່​ ໃນ​ພາລະ ກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໃນ​ໄລຍະ​ໃໝ່, ຜ່ານ​ການ​ອົບຮົມ​ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ​ຄື: ພາກ​ການເມືອງ​ບັນລຸ​ໄດ້ 95%, ພາກ​ການ​ທະຫານ​ກວມ​ເອົາ 85%, ພາກ​ສິນລະປະ​ຍຸດ​ເທົ່າ​ກັບ 85% ແລະ ​ພາກ​ພະລາທິການ​ກວມ​ເອົາ 90%. ຈາກ​ນັ້ນ​ພິທີ​ຍັງ​ໄດ້​ມອບ​ຂອງຂວັນ​ຍ້ອງຍໍ​ຊົມເຊີຍ​ພະ​ນັກ​ງານ​ຄູ​ອາຈານ ແລະ ພະນັກງານ-ນັກຮົບ​ ຜູ້​ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ​ອົບຮົມ​ຫັດ​ແອບ​ ຈຳນວນ 12 ສະຫາຍ ​ຢ່າງ​ສົມ​ກຽດ. ຂ່າວ: ສົມ​ພອນ ສຸວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ