ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ
ເວລາອອກຂ່າວ: 2024-12-10 09:23:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 562 | ຄວາມນິຍົມ:
ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ປະຈຳປີ 2024 ແລະ ຜ່ານທິດທາງແຜນການປະຈຳປີ 2025 ຂອງໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ຈັດຂຶ້ນ ໃນວັນທີ 6 ທັນວາ 2024 ນີ້ ໂດຍການ ເປັນປະທານ ຂອງສະຫາຍ ພັນເອກ ບຸນມີໄຕ ໄຊຍະວົງ ກຳມະການຄະນະປະຈຳພັກ, ຫົວໜ້າຫ້ອງການເມືອງໂຮງຮຽນ, ມີບັນດາທ່ານແຂກຖືກເຊີນຈາກບ້ານຮາກຖານຕະ ຫຼອດຮອດພະນັກງານກໍ່ສ້າງຮາກຖານເຂົ້າຮ່ວມ.
ສະຫາຍ ພັນໂທ ກົງມະລີ ວົງພັນ ຮອງຫົວໜ້າຫ້ອງການເມືອງໄດ້ສະຫຼຸບຕີລາຄາຄືນໃນການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ ສະຫາຍ
ໄດ້ຍົກໃຫ້ເຫັນວ່າ: ຄະນະພັກ-ຄະນະບັນຊາພວກເຮົາໄດ້ຖືເອົາວຽກງານຫັນລົງກໍ່ສ້າງຮາກຖານກົມກອງ ແລະ ຮາກຖານບ້ານປະຊາຊົນເປັນສຳຄັນ, ພະ
ນັກງານຮາກຖານລ້ວນແຕ່ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ, ນຳເອົາແນວທາງນະໂຍບາຍຂອງພັກ-ລັດ ລົງສູ່ຮາກຖານປະຊາຊົນໄດ້ດີສົມຄວນ ແລະ ພົບປະແລກປ່ຽນສະພາບການຕ່າງໆກັບອົງການປົກຄອງບ້ານຮ່ວມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ທັນເວລາ, ປະຊາຊົນມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ມີຄຸນທາດການເມືອງໜັກແໜ້ນ, ດຳລົງຊີວິດຢ່າງມີວັດທະນະທຳໃໝ່, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ໃນນີ້ ມີ 7 ບ້ານ ທີ່ໄດ້ຮັມອບໝາຍຈາກຂັ້ນເທິງ, ໜຶ່ງປີຜ່ານມາໜ່ວຍງານຮາກຖານໄດ້ຊ່ວຍເຫຼືອບ້ານຮາກຖານທາງດ້ານອຸປະກອນຮັບໃຊ້ຫ້ອງການ ແລະ ເຄື່ອງບໍລິໂພກ ຈຳນວນໜຶ່ງ ພ້ອມນີ້ຍັງໄດ້ເອົາກຳລັງໄປປ້ອງກັນເວນຍາມກອງປະຊຸມບ້ານຮາກຖານ, ຊ່ວຍປະຊາຊົນສ້ອມແປງທາງ ແລະ ອື່ນໆ ມີຜົນສຳເລັດໃນຫຼາຍດ້ານ, ກອງປະຊຸມຍັງໄດ້ຜ່ານທິດທາງແຜນການ ໃນຕໍ່ໜ້າ ແລະ ພ້ອມກັນປະກອບຄຳເຫັນແລກປຽ່ນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນຢ່າງມີເນື້ອໃນເລິກເຊິ່ງ ເພື່ອໃຫ້ແຜນການໃນຕໍ່ໜ້າບັນລຸຕາມຄາດໝາຍທີ່ວາງໄວ້, ພ້ອມນີ້ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການລົງກໍ່ສ້າງຮາກຖານການເມືອງຕາມມູນເຊື້ອ ແລະ ແຮກສ່ຽວລະຫວ່າງກອງທັບກັບອົງການປົກ
ຄອງທ້ອງຖິ່ນຕື່ມອີກ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ