ປະກາດການຮັບຮອງເອົາບ້ານອຸດົມສຸກ ເມືອງນາກາຍ ແຂວງຄຳມ່ວນເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2024-12-10 09:26:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 570 | ຄວາມນິຍົມ:
ພິທີປະກາດການຮັບຮອງເອົາບ້ານ ອຸດົມສຸກ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ເຊິ່ງເປັນບ້ານທີ 5 ຂອງເມືອງນາກາຍ ແລະ ເປັນບ້ານທີ 64 ຂອງແຂວງຄຳມ່ວນ, ໄດ້ຈັດຂຶ້ນໃນວັນທີ 5 ທັນວາ 2024 ນີ້, ໂດຍ
ການເປັນປະທານຂອງ ທ່ານນາງ ບົວກາ ແກ້ວມະນີ ກຳມະການພັກແຂວງເລຂາພັກເມືອງ, ເຈົ້າເມືອງ ເມືອງນາກາຍ, ມີສະຫາຍ ພັນໂທ ສຸກກະສັນ ພຸດທະວົງ ກຳມະການຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງ, ປກສ ເມືອງ, ແຂກຖືກເຊີນ, ຄະນະຮັບຜິດຊອບ, ອຳນາດການປົກ
ຄອງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ທ່ານ ຈັນທະວົງ ສຸວັນນະລີ ກຳມະການພັກເມືອງ ເລຂາໜ່ວຍພັກບ້ານ, ນາຍບ້ານ ບ້ານອຸດົມສຸກ, ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດກວດກາປະເມີນຜົນໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃນໄລຍະຜ່ານມາ, ເຫັນວ່າອຳນາດການປົກຄອງບ້ານ ໄດ້ມີການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງໃນການສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງ, ໄດ້ປະສົບຜົນສຳເລັດຕາມແຜນການທີ່ວາງໄວ້. ໂດຍສະເພາະແມ່ນໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ. ດ້ວຍການນຳເອົາມະຕິຄຳສັ່ງຕ່າງໆຂອງພັກ-ກົດໝາຍຂອງລັດ, ເອກະສານກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມາຈັດຕັ້ງເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມສະດຸ້ງໄວຕື່ນຕົວປະກອບ
ສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ, ເປັນເຈົ້າການຕິດຕາມສະພາບກຸ່ມຄົນບໍ່ຫວັງດີພາຍໃນບ້ານ ແລະ ຂອບເຂດຂອງຕົນຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ ແລະ ສາມາດແກ້ໄຂສະພາບໄດ້ທັນເວລາ, ສຳລັບບ້ານອຸດົມສຸກ ມີເນື້ອທີ່ທັງໝົດ 3,229 ກວ່າເຮັກຕາ, ມີພົນລະ ເມືອງ 4,140 ຄົນ, ຍິງ 2,026 ຄົນ, ມີ 714 ຫຼັງຄາເຮືອນ, ມີ 787 ຄອບຄົວ,
ເຊິ່ງມີອາຊີບຕົ້ນຕໍແມ່ນປູກຝັງ- ລ້ຽງສັດ, ຄ້າຂາຍ ແລະ ຫາປາ, ເຊິ່ງເປັນທ່າແຮງບົ່ມຊ້ອນຫຼາຍດ້ານທີ່ເປັນເງື່ອນໄຂຂໍ້ສະດວກໃນການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ບ້ານໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນແມ່ນໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນ, ຜ່ານການເກັບກຳຂໍ້ມູນ ແລະ ປະເມີນຜົນເຫັນວ່າຄົບຖ້ວນຕາມ 6 ມາດ
ຖານເງື່ອນໄຂທີ່ຂັ້ນເທິງວາງອອກ ແລະ ສາມາດບັນລຸໄດ້ 685 ຄອບຄົວ, ເທົ່າກັບ 85%, ຈາກຜົນສຳເລັດດັ່ງກ່າວສາມາດຮັບຮອງເອົາບ້ານອຸດົມສຸກ ທີ່ຂຶ້ນກັບເມືອງນາກາຍເປັນບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງ. ຈາກນັ້ນໄດ້ມອບໃບຢັ້ງຢືນ ແລະ ຮັບຮອງເອົາບ້ານອຸດົມສຸກເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຢ່າງສົມກຽດ .
ໂດຍ: ວິໄລວອນ ພົມມະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ