ກອງຮ້ອຍຊ່າງແສງ ກອງພັນໃຫຍ່ 302 ຈັດຕັ້ງຍິງລູກປືນແທ້
ເວລາອອກຂ່າວ: 2024-12-10 09:29:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 675 | ຄວາມນິຍົມ:
ສະຫາຍ ຮ້ອຍຕີ ສິນ ໄຊຍະລາດ ຮອງຫົວໜ້າການທະຫານກອງຮ້ອຍຊ່າງແສງ ກອງພັນໃຫຍ່ 302 ກອງພົນທີ 3 ໃຫ້ຮູ້ວ່າ: ການອົບຮົມ-ຫັດແອບ ແລະ ຈັດຕັ້ງຍິງລູກປືນແທ້ ປະຈຳປີ 2024 ໃນຄັ້ງນີ້ ໂດຍປະຕິບັດຕາມຫຼັກສູດ ແລະ ແຜນການອົບຮົມ-ຫັດແອບ ການທະຫານ ເພື່ອປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍຂອງພະແນກອົບຮົມ ກອງພົນທີ 3 ກໍຄື ຂະແໜງອົບຮົມ ກອງພັນໃຫຍ່ 302 ວາງອອກ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີຂັ້ນພື້ນຖານ ເຮັດໃຫ້ພະນັກງານ-ນັກຮົບໃນກົມກອງ ມີຄວາມຊຳນິຊຳນານ, ຄ່ອງແຄ້ວ ທັງເປັນການສະຫຼຸບຕີລາຄາຄືນທາງດ້ານທິດສະດີ, ຫຼັກການທີ່ໄດ້ຮຽນໃນໄລຍະຜ່ານມາ ໃນການກຳໄດ້ ເນື້ອໃນບົດຮຽນ, ການນຳໃຊ້ອາ ວຸດ ແລະ ຍຸດໂທປະກອນ ເພື່ອຮັບປະກັນໃຫ້ແກ່ວຽກງານກຽມ ພ້ອມການສູ້ຮົບ ແລະ ສູ້ຮົບມີໄຊ.
ໃນນີ້, ໝູ່ຊ່າງແສງໄດ້ຍິງໝາກຝ່າ, ໝາກຝ່າບິນ, ທຳລາຍລະເບີດ, ທຳລາຍສິ່ງກິດຂວາງ (ຕົ້ນໄມ້-ໂງ່ນຫີນ) ເພື່ອເປີດໄຂທາງ ແລະ ອື່ນໆ ພ້ອມນັ້ນ, ຍັງໄດ້ຈັດຕັ້ງຍິງປືນອາກາແອັມ (AKM) ບົດອາຊຽນ ຈັດຕັ້ງຍິງເປັນທີມ, ຍິງທຳລາຍເບ້ຍ 10 ເປົ້າໝາຍ. ໃນນີ້, ມີນັກຍິງທັງໝົດ 27 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຍິງລູກປືນແທ້ ເຫັນວ່າ ພະນັກງານ-ນັກຮົບ ກຳແໜ້ນບົດຮຽນ ແລະ ຮູ້ໝູນໃຊ້ທິດສະດີ, ຫຼັກການໃນພາກປະຕິບັດຕົວຈິງ. ຜ່ານການຈັດຕັ້ງຍິງລູກປືນແທ້ ປະເພດປືນອາກາແອັມ (AKM) ຜົນໄດ້ຮັບຂັ້ນເກັ່ງມີ 21 ສະຫາຍ, ຂັ້ນກາງ 5 ສະຫາຍ, ຄາດໝາຍ 1 ສະຫາຍ ແລະ ຮັບປະກັນຄວາມປອດໄພໄດ້ 100%. ເຊິ່ງການຈັດຕັ້ງຍິງ ລູກປືນແທ້ ໃນຄັ້ງນີ້ ໄດ້ຈັດຂຶ້ນ ໃນທ້າຍເດືອນພະຈິກຜ່ານມານີ້, ໂດຍການເປັນປະທານຂອງສະຫາຍ ພັນໂທ ສີວອນ ລາສັກທີ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 302 ກອງພົນທີ 3 .
ໂດຍ: ພອນແກ້ວ ວິໄລສັກ
ພາບ: ໄຊຄຳ ສຸຍະອິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ