ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ກອງພັນ​ທີ 9 ກັບ 4 ບ້ານ ທີ່ຂຶ້ນ​ກັບ​ ເມືອງ​ອຸທຸມພອນ ແຮກສ່ຽວ​ຮ່ວມ​ກັນ
ເວລາອອກຂ່າວ: 2024-12-10 09:33:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1947 | ຄວາມນິຍົມ:



ພິທີ​ແຮກສ່ຽວ​ລະຫວ່າງ ກອງພັນ​ທີ 9 ທີ່​ຂຶ້ນ​ກັບ ກອງ​ພົນ​ທີ 4 ກັບ 4 ບ້ານ ຄື: ບ້ານ​ໂພນ​ເດືອ, ບ້ານ​ໂນນ​ປ່າ​ໄລ່, ບ້ານນາ ​ຄູ ແລະ ບ້ານ​ປ່າ​ໜາມທີ່​ຂຶ້ນ​ກັບ​ເມືອງ​ອຸທຸມພອນ ແຂວງ​ສະຫວັນ​ນະ​ເຂດ ໄດ້​ຈັດ​ຂຶ້ນ​ໃນ​ບໍ່​ດົນ​ຜ່ານ​ມາ, ໂດຍ​ມີ​ສະຫາຍ ພົນ​ຈັດຕະວາ ສົມ​ຈິດ ກິດ​ຕິ​ຍະ​ລາດ ຫົວໜ້າ​ການເມືອງ ກອງ​ພົນ​ທີ 4, ທ່ານ ໂພ​ຄຳ ແວວ​ມະນີ ຮອງ​ເຈົ້າເມືອງ ເມືອງ​ອຸທຸມພອນ, ຜູ້​ຊີ້​ນຳ​ວຽກ​ງານ​ວັດທະນະທຳ-ສັງຄົມ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ບັນດາ​ອົງການ, ກົມ​ກອງ​ທົ່ວ​ກອງ​ພົນ, ແຂກ​ຖືກ​ເຊີນ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ທ່ານ ບຸນ​ມີ ສີ​ຍາ​ລາດ ຕາງ ໜ້າ​ໃຫ້ 4 ບ້ານ​ດັ່ງ​​ກ່່າວ ໄດ້ຍົກ​ ໃຫ້​ເຫັນ​ຈຸດ​ພິເສດ​ຂອງ​ບ້ານ, ແຕ່​ລະ​ບ້ານ​ມີ​ລະບົບ​ໂຄງ​ຮ່າງ​ການຈັດຕັ້ງ, ມີ​ອຳນາດ​ການ​ປົກຄອງ​ຂັ້ນ​ບ້ານ, ມີ​ກຳລັງ ​ປກຊ-​ປກສ, ມີ​ແນວ​ໂຮມ​ບ້ານ ແລະ ມີ​ອົງ​ການຈັດຕັ້ງ​ມະຫາຊົນ ຄົບ​ຖ້ວນ, ມີ​ຫ້ອງການ​ບ້ານ, ມີ​ລະບົບ​ເສັ້ນທາງ​ສາມາດ​ສັນຈອນ​ໄປ​ມາ​ສະດວກ​ສະບາຍ, ພໍ່​ແມ່​ປະຊາຊົນ​ສ່ວນ​ຫຼາຍ​ແມ່ນ​ນັບຖື​ສາສະໜາ​ພຸດ, ອາຊີບ​ຕົ້ນຕໍ​ແມ່ນ​ເຮັດ​ນາ, ເຮັດ​ສວນ ແລະ ຄ້າ ຂາຍ, ພໍ່​ແມ່​ປະຊາຊົນ​ທັງ 4 ບ້ານ ມີ​ຊີວິດ​ການ​ເປັນ​ຢູ່​ນັບ​ມື້​ດີ​ຂຶ້ນ​ເລື້ອຍໆ ພ້ອມ​ດຽວ​ກັນ, ສະຫາຍ ພັນ​ໂທ ບຸນ​ຮັງ ເຄນ​ອະນຸສອນ ຫົວໜ້າ​ການເມືອງ ກອງພັນ​ທີ 9 ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ຈຸດ​ພິເສດ, ການ​ກໍ່ສ້າງ​ເຕີບ​ໃຫຍ່​ຂະຫຍາຍຕົວ, ຜົນງານ ແລະ ໄຊ ຊະນະທີ່​ກົມ​ກອງ​ຍາດ​ມາ​ໄດ້​ໃນ​ໄລ​​ຍະ​ຜ່ານ​ມາ ພ້ອມ​ທັງ​ໄດ້​ຍົກ​ໃຫ້​ເຫັນພາລະ​ບົດບາດ​ຂອງ​ກົມ​ກອງ ລວມ​ທັງ​ການເຄື່ອນໄຫວ​ວຽກ​ງານ​ດ້ານ​ຕ່າງໆ ທີ່​ປິ່ນ​ອ້ອມ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ໃນ​ໄລຍະ​ຜ່ານ​ມາ ແລະ ທິດ​ທາງ​ແຜນການ​ໃນຕໍ່ໜ້າ. ຈາກ​ນັ້ນ, ສະຫາຍ ພັນ​ເອກ ຈັນ​ແດງ​ ຂຸນ​ຍຸ​ລາດ ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 4 ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກອງ​ພົນ​ທີ 4 ວ່າ​ດ້ວຍ​ໃຫ້​ກອງພັນ​ທີ 9 ແຮກສ່ຽວ​ກັບ 4 ບ້ານ ທີ່​ຂຶ້ນ​ກັບ ເມືອງອຸ ທຸມພອນ ແຂວງ​ສະຫວັນນະເຂດ, ທ່ານ ບຸນ​ມີ ສີ​ຍາ​ລາດ ຕາງໜ້າ​ໃຫ້ 4 ບ້ານ ໄດ້​ຜ່ານ​ບົດ​ບັນທຶກ​ຊ່ວຍ​ຈຳ ແລະ ບົດ​ສັນຍາ​ແຮກ ສ່ຽວ ພ້ອມ​ນີ້, ຕາງໜ້າ​ໃຫ້​ກອງ ພັນ​ທີ 9 ແລະ ບ້ານ​ໂພນ​ເດື່ອ, ບ້ານ​ໂນນ​ປ່າ​ໄລ່, ບ້ານ​ນາ​ຄູ, ບ້ານປ່າ​ໜາມ ກໍ​ໄດ້​ລົງ​ນາມ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ ເຊິ່ງ​ກັນ ແລະ ກັນ. ໂອກາດ​ນີ້, ຍັງ​ໄດ້​ຮັບ​ຊົມ​ການສະແດງ​ສິລະ​ປະ​ສະໝັກ​ຫຼິ້ນຂອງ​ກອງພັນ​ທີ 9, ນ້ອງ​ນ້ອຍ​ນັກຮຽນ ໂຮງຮຽນ​ປະຖົມ​ສົມບູນ​ທັງ 4 ບ້ານ ແລະ ນ້ອງ​ນ້ອຍ​ນັກຮຽນ​ຈາກ​ໂຮງຮຽນ​ມັດ ທະຍົມ​ສົມບູນ ໂພນ​ເດື່ອ ຕື່ມ​ອີກ. ຂ່າວ: ໂພ​ຄຳ ພອນ​ປະ​ເສິດ ພາບ: ບົວ​ຄຳ ທອງ​ລັດ​ສະ​ໜີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ