ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ກອງພັນ 614 ກອງ​ພົນ​ທີ 2 ຈັດ​ຕັ້ງ​ຫັດ​ແອບ ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ປະຈຳ​ປີ 2024
ເວລາອອກຂ່າວ: 2024-12-11 08:56:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1678 | ຄວາມນິຍົມ:



ໃນ​ວັນ​ທີ 5 ທັນວາ 2024, ກອງພັນ 614 ເຫຼົ່າ​ຮົບ​ລົດ​ຕັງ-ຍານ​ເກາະ ກອງ​ພົນ​ທີ 2 ໄດ້​ຈັດ​ຕັ້ງ​ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ປະຈຳ​ປີ 2024. ໂດຍ​ມີ ສະຫາຍ ພັນ​ເອກ ທອງ​ນູ ເຊັ່ງ​ຫວ່າງ ຫົວໜ້າ​ຫ້ອງ​ເຕັກນິກ ກອງ​ພົນ​ທີ 2, ສະຫາຍ ພັນ​ໂທ ອຸ່ນ​ເຕົ່າ ໄຊ​ຍະ​ຄຸນ ຮອງ​ຫົວໜ້າ​ເສນາ​ທິ​ການກອງ​ພົນ​ທີ 2, ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ຈັນທະ​ວີ ວົງ​ພັກດີ ຮອງ​ຫົວໜ້າ​ການ​ທະຫານ ກອງພັນ 614 ໄດ້​ຜ່ານ​ແຜນການ​ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກ​ແທ​​້​ເທິງ​ລົດ​ຫຸ້ມ​ເກາະ ປະຈຳ​ປີ 2024. ໂດຍ​ອີງ​ຕາມ​ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ລົດ​ຕັງ-ຍານ​ເກາະ ແລະ ຄຳ​ສັ່ງ​ແນະນຳ​ຂອງ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 2 ກ່ຽວ​ກັບ ການ​ອົບຮົມ-ຫັດ​ແອບປັບປຸງ​ລະບຽບ​ແບບແຜນ ແລະ ເຝິກຝົນ​ກຳລັງ​ແຮງ​ກາຍປະຈຳ​ປີ 2024 ເພື່ອ​ຍົກ​ສູງ​ຄວາມ​ຮູ້ຄວາມ​ສາມາດດ້ານ​ສິລະ​ປະຍຸດ-ຍຸດທະວິທີ ໃຫ້​ນາຍ ແລະ ພົນທະຫານ​ພາຍ​ໃນ​ກົມ​ກອງ. ໃນ​ການ​ນຳ​ໃຊ້​ອາວຸດ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານເຂົ້າ​ໃນ​ການ​ກຽມພ້ອມ​ສູ້​ຮົບ ແລະ ເຄື່ອນ​ໄຫວ​ສູ້​ຮົບໃຫ້​ທັນ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ​ຕົວ​ຈິງ ເພື່ອ​ໃຫ້​ພະນັກງານ-ນັກຮົບ ກຳ​ແໜ້ນ​ໄດ້​ທາງ​ທິດ​ສະ​ດີ, ຫຼັກການ ໃນ​ການ​ບັນຊາ​ຈັງຫວະ​ຂຶ້ນ​ລົດ, ລົງ​ລົດ ຮູ້​ໝູນ​ໃຊ້​ເຂົ້າ​ໃນ​ການ​ປະຕິບັດ​ຕົວ​ຈິງ​ກັບ​ພາຫະນະ​ອາວຸດ​ແຕ່​ລະ​ຊະນິດ. ຜ່ານ​ການ​ຫັດ​ແອບ​ຕົວ​ຈິງ ເຫັນ​ໄດ້​ວ່າ​ມີ​ຜົນສຳເລັດ​ສາມາດ​ບັນລຸ​ໄດ້​ຕາມ​ແຜນການ ແລະ ຄາດໝາຍ​ທີ່​ວາງ​ໄວ້; ຮັບປະກັນ​ຄວາມ​ປອດ​ໄພ​ໄດ້ 100%. ໂດຍ: ສຸວັນ​ໂນ ທະລັງ​ສິ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ