ກອງພັນໃຫຍ່ 703 ປະກາດການແຕ່ງຕັ້ງ ມອບໝາຍໜ້າທີ່ ໃຫ້ພະນັກງານຂັ້ນຊ່ວຍວຽກ
ເວລາອອກຂ່າວ: 2024-12-11 09:01:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2114 | ຄວາມນິຍົມ:
ທ້າຍເດືອນ ພະຈິກ 2024 ນີ້, ກອງພັນໃຫຍ່ 703 ໄດ້ປະກາດການແຕ່ງຕັ້ງມອບໝາຍໜ້າ ທີ່ຂັ້ນຊ່ວຍວຽກຂະແໜງການ, ໝວດ, ໝູ່, ໂດຍເປັນປະທານ ຂອງສະຫາຍ ພັນເອກ ເພັງຄຳສຸກ ຂຸນສັກດາ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 703, ມີຄະນະພັກ-ຄະນະບັນຊາ, ພະແນກ ການ, ຂະແໜງການ, ກອງພັນ, ກອງຮ້ອຍ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນທະພອນ ວັນນະຈິດ ຫົວໜ້າຂະແໜງພະ ນັກງານ ກອງພັນໃຫຍ່ 703 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງ ຕັ້ງຂັ້ນຊ່ວຍວຽກຂະແໜງການ, ໝວດ, ໝູ່ ຢູ່ກອງພັນ, ກອງຮ້ອຍເອກະລາດ ທີ່ຂຶ້ນກັບກອງພັນໃຫຍ່ 703 ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ຮ້ອຍໂທ ພູຄຳ ພິມມະສານ ເປັນຊ່ວຍວຽກເສນາຮັກ ພະແນກພະລາ ປ່ຽນແທນ ຮ້ອຍໂທ ພວງທອງ ແກ້ວລໍລິດ ໄປຮັບໜ້າທີ່ໃໝ່, ຮ້ອຍໂທ ສົມພອນ ດວງມະນີ ເປັນຊ່ວຍວຽກຂະແໜງຄຸ້ມຄອງລົດ ພະແນກພະລາ, ພັນຕີ ແສງພອນ ວັນນາວົງ ເປັນຊ່ວຍວຽກຂະແໜງ ຫົວຈັກ-ລຳຕົວ ເຮືອບິນປີກ ພະແນກເຕັກນິກ, ຮ້ອຍໂທ ຈິດຕະກອນ ຈິດປັນຍາ ເປັນຊ່ວຍວຽກຂະແໜງກວດກາຄຸນນະພາບເຮືອບິນປີກ ພະແນກເຕັກນິກ, ຮ້ອຍໂທ ສັນຕິສຸກ ທຳຂາຂຸນ ເປັນຊ່ວຍວຽກຂະແໜງເອກະສານ ເຮືອບິນປີກ ພະແນກເຕັກນິກ, ຮ້ອຍໂທ ບຸນຄົງ ແກ້ວອຸດົມດວງມະນີຈິດ ເປັນຊ່ວຍວຽກຂະແໜງອຸປະກອນຮັບໃຊ້ເຮືອບິນ ພະແນກເຕັກນິກ, ຮ້ອຍໂທ ຜາສຸກ ບົວລະທອນ ເປັນຊ່ວຍວຽກຂະແໜງຫົວຈັກ-ລຳຕົວ ເຮືອບິນຂຶ້ນຊື່ ພະແນກເຕັກນິກ, ຮ້ອຍໂທ ສຸປະສິດ ອຸດົມສຸກ ເປັນຊ່ວຍວຽກຂະແໜງອາວຸດເຮືອ ບິນຂຶ້ນຊື່ ພະແນກເຕັກນິກ, ວາທີ ນາງ ປຸກກີ້ ໄຊຍະແສງ ເປັນຊ່ວຍວຽກຂະແໜງຈັດຕັ້ງພັກ ພະແນກການເມືອງ. ນອກນັ້ນ, ຍັງໄດ້ແຕ່ງຕັ້ງມອບໝາຍໜ້າທີ່ພະນັກງານທີ່ຮຽນຈົບວິຊາສະເພາະຢູ່ພາຍໃນປະເທດ ແລະ ຂັ້ນໝວດ-ໝູ່ ຢູ່ກອງພັນນ້ອຍ, ກອງຮ້ອຍເອກະລາດ ທີ່ຂຶ້ນກັບກອງພັນໃຫຍ່ 703 ຈຳນວນໜຶ່ງຕື່ມອີກ. ພ້ອມນັ້ນ, ໃນພິທີຍັງໄດ້ປະກາດການເລື່ອນຊັ້ນສິບເອກຂຶ້ນຊັ້ນວາທີ ຈຳນວນ 34 ສະຫາຍ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ