ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

​ວພກ ລຸ​ລ່ວງ​ພະນັກງານ​ພັກ​ການ ກຽມ​ເຂົ້າ​ຮັບ​ບຳນານ
ເວລາອອກຂ່າວ: 2024-12-11 09:05:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2441 | ຄວາມນິຍົມ:



ວັນ​ທີ 3 ທັນວາ 2024 ນີ້, ວິທະຍາຄານ​ພະລາທິການ​ກອງທັບ (​ວພກ) ໄດ້​ລຸ​ລ່ວງ​ພະນັກງານ​ພັກ​ການ​ກຽມ​ເຂົ້າ​ຮັບ​ບຳ ນານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ​ປອ ແສງ​ທອງ ອຸ່ນ​ນາງ ຮອງ​ອຳນວຍ​ການ, ຫົວໜ້າ​ຫ້ອງ​ການເມືອງ ວິທະຍາຄານ​ພະລາທິການ​ກອງ ທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ ຫ້ອງ, ພະແນກການ, ກອງພັນ ແລະ ພະນັກງານ ກຽມ​ເຂົ້າ​ຮັບ​ບຳນານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສຸກ​ທະວີ ສີ​ລິ​ວົງ​ໄຊ ຮອງ​ຫົວໜ້າ​ພະ​ແນກ​ພະນັກງານ ຫ້ອງ​ການເມືອງ ວິທະຍາຄານ​ພະລາທິການ​ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ອຳ ນວຍ​ການ ວິທະຍາຄານ​ພະລາທິການ​ກອງທັບ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ ຢູ່​ວິທະຍາຄານ​ພະລາທິການ​ກອງທັບ ພັກ​ການ ເພື່ອ​ລໍຖ້າ​ເຂົ້າ​ຮັບ​ບຳນານ ໃນ​ນີ້, ວິທະຍາຄານ​ພະລາທິການ​ກອງທັບ ຕົກລົງ​ອະນຸມັດ​ໃຫ້​ນາຍ​ທະຫານ ພັກ​ການ ເພື່ອ​ລໍຖ້າ​ຮັບ​ບຳນານ ຈຳນວນ 10 ສະຫາຍ ຄື: ສະຫາຍ ພັນ​ໂທ ຄຳ​ບໍ່ ສໍ​ສຳພັນ ຄູ​ສອນ​ລະບຽບ, ສະຫາຍ ພັນ​ໂທ ຄອນ​ຄຳ ຄຳ​ມະ​ນວນ ຫົວໜ້າ​ຄະນະ​ວິຊາ​ຄູ​ຍຸດທະວິທີ, ສະຫາຍ ພັນ​ໂທ ເຄນ​ດາ​ລີ ເພຍ​ນາມ​ແສງ ຫົວໜ້າ​ພະ​ແນກ​ໄອ​ຍະ​ການ, ສະຫາຍ ພັນ​ໂທ ບຸນ​ມີ ອິນ​ທະ​ຈັກ ຫົວໜ້າ​ພະ​ແນກ​ຜະລິດ​ກະສິກຳ, ສະຫາຍ ພັນ​ໂທ ໜູ​ພຽນ ໂພທິ​ສານ ຫົວໜ້າ​ພະ​ແນກ​ເຊື້ອ​ໄຟ, ສະຫາຍ ພັນ​ໂທ ນາງ ກອງ​ສິມ ບຸດ​ຂັນ​ທອງ ຮອງ​ຫົວໜ້າ​ການເມືອງ ກອງພັນ​ທີ 2, ສະຫາຍ ພັນ​ໂທ ນາງ ບົວ​ວິນ ອາ​ລິ​ຍະ ຮອງ​ຫົວໜ້າ​ພະ​ແນກ​ບໍລິຫານ ຫ້ອງ​ວິທະຍາສາດ-ປະ ຫວັດສາດ​ການ​ທະຫານ, ສະຫາຍ ພັນ​ຕີ ນາງ ທອງ ພິມ​ມະ​ສີ ຊ່ວຍ​ວຽກ​ພະ​ແນກ​ເສນາ​ຮັກຫ້ອງ​ພະ​ລາ, ສະຫາຍ ພັນ​ຕີ ນາງ ຂັນແກ້ວ ອິນ​ທະ​ວົງ ແພດ​​ອົງ​ການ ຫ້ອງການ​ວິທະຍາຄານ​ພະລາທິການ. ພ້ອມ​ນັ້ນ, ຍັງ​ໄດ້​ຜ່ານ​ຂໍ້​ຕົກ ວ່າ​ດ້ວຍ​ການ​ອະ ນຸມັດ​ໃຫ້​ນາຍ​ທະຫານ ພັກ​ການ​ປິ່ນປົວ​ສຸຂະພາບ 1 ສະຫາຍ ຄື: ສະຫາຍ ພັນ​ໂທ ອຳພອນ ຄູນ​ຄຳ ຮອງ​ຫົວໜ້າ​ຫ້ອງ​ເຕັກນິກວິທະຍາຄານ​ພະລາທິການ​ກອງທັບ. ໂດຍ: ແກ້ວ​ອຸດອນ ລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ