ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ກົມໃຫຍ່ພະລາທິການກອງທັບ ປະກາດ ທະຫານຈົບພັນທະ ປະຈຳປີ 2022 ສືບຕໍ່ເຂົ້າເປັນທະຫານອາຊີບ
ເວລາອອກຂ່າວ: 2025-01-15 12:22:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 641 | ຄວາມນິຍົມ:



      ວັນທີ 15 ມັງກອນ 2025 ນີ້, ກົມໃຫຍ່ພະລາທິການກອງທັບ, ໄດ້ປະກາດ ທະຫານທີ່ຈົບພັນທະປະຈຳປີ 2022 ສືບຕໍ່ເຂົ້າເປັນທະຫານອາຊີບ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີບັນດາຄະນະຫ້ອງ, ຄະນະວິຊາ, ກອງພັນຄຸ້ມຄອງນັກສຶກສາ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດທະຫານພັນທະທີ່ຈະສືບຕໍ່ເຂົ້າເປັນທະຫານອາຊີບ ເຂົ້າຮ່ວມ. ສະຫາຍ ພັນໂທ ວຽງແກ້ວ ວົງວຽງຄຳ ຮອງຫົວໜ້າກົມເສນາພະລາ, ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານແຈ້ງການ ຂອງກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການຕົກລົງ ທະຫານຈົບພັນທະ ປະຈຳປີ 2022 ທີ່ສືບຕໍ່ເຂົ້າເປັນທະຫານອາຊີບ. ອີງຕາມຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການ ວ່າດ້ວຍການອະນຸມັດທະຫານພັນທະສືບຕໍ່ເຂົ້າເປັນທະຫານອາຊີບ, ເຊິ່ງຜູ້ທີ່ມີມາດຖານເງື່ອນໄຂຈົບຈາກການເປັນທະຫານພັນທະແລ້ວສືບຕໍ່ເຂົ້າເປັນທະຫານອາຊີບ ເພື່ອກຽມພ້ອມຮັບໃຊ້ຊາດ ໃນນັ້ນ, ມີ 180 ສະຫາຍ, ຍິງ 116 ສະຫາຍ. ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທະຫານພັນທະທີ່ຈະສືບຕໍ່ເປັນທະຫານອາຊີບ ໃນຄັ້ງນີ້ ທີ່ສຳເລັດໜ້າທີ່ການເຝິກຝົນຫຼໍ່ຫຼອມຕົນເອງ, ອົດທົນຜ່ານຜ່າຈາກບັ້ນເຝິກຝົນທົດສອບຂອງທະຫານພັນທະ, ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍປະຕິບັດຕາມຂໍ້ກໍານົດ, ກົດລະບຽບຂອງກອງທັບ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການພັດທະນາກົມກອງ ໄປຄຽງຄູ່ກັບ ພັດທະນາຕົນເອງໃຫ້ມີແບບແຜນວິທີເຮັດວຽກ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະວັດ, ກາຍເປັນພະນັກງານຮຸ່ນສືບທອດປ່ຽນແທນໃນອະນາຄົດ. ໂດຍ: ມິດຕະພາບ ບຸນພະນຸໄຊ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ