
ມອບຄອມພິວເຕີ ໃຫ້ກອງບັນຊາການທະຫານແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2025-01-16 09:19:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 746 | ຄວາມນິຍົມ:
ໃນວັນທີ 14 ມັງກອນ 2025 ນີ້, ທ່ານ ຄຳພອນ ພັນມະນີ ຜູ້ບໍລິຫານຮ້ານອາຫານ ມ່ານເຊີ່ງ ບໍ່ເຕນ ໄດ້ນຳເອົາຄອມພິວເຕີຕັ້ງໂຕະ ຈຳນວນ 1 ຊຸດ ມູນຄ່າ 8 ລ້ານກວ່າກີບ ມາມອບໃຫ້ກອງບັນຊາການທະຫານແຂວງຫຼວງນ້ຳທາ. ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ສີພອນ ກອງຈຳປາ ຫົວໜ້າຄະນະຄຸ້ມຄອງ ເຂດພັດ ທະນາເສດຖະກິດບໍ່ເຕນແດນງາມ, ໂດຍການກ່າວຮັບຂອງສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຮັກສາການເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງ ລາດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການ ສະແດງຄວາມຂອບໃຈມາຍັງ ທ່ານ ຄຳພອນ ພັນມະນີ ແລະ ທ່ານ ສີພອນ ກອງຈຳປາ ທີ່ເຫັນໄດ້ຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຫ້ອງການ ຢູ່ກອງບັນ ຊາການທະຫານແຂວງຫຼວງນ້ຳທາ, ເຊິ່ງມີຫຼາຍຂະແໜງການທີ່ຍັງຂາດເຂີນຄອມພິວເຕີ ເພື່ອໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງກົມກອງ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາຄອມພິວເຕີທີ່ມອບໃຫ້ໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ເກີດປະໂຫຍດສູງສຸດ.
ໂດຍ: ແສງທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ