
ພະແນກໂຄສະນາອົບຮົມ ຫ້ອງການເມືອງ ທະຫານແຂວງຜົ້ງສາລີ ເປີດຮຽນກົດລະບຽບພັກ
ເວລາອອກຂ່າວ: 2025-01-17 09:10:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 783 | ຄວາມນິຍົມ:
ໃນທ້າຍເດືອນ ທັນວາ 2024 ຜ່ານມານີ້, ພະແນກໂຄສະນາອົບຮົມ ໄດ້ເປີດຮຽນກົດລະບຽບພັກ ແລະ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ 3 ປະຈຳປີ 2024, ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານຂອງສະຫາຍ ພັນໂທ ຄຳພອນ ຈັນຍະທຳ ເລຂາໜ່ວຍພັກ, ຫົວໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີພະນັກງານວິຊາການພາຍໃນພະແນກ ແລະ ມະຫາຊົນຜູ້ກ້າວໜ້າ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ວີສິດ ຫົງຄຳຫຼ້າ ກຳມະການໜ່ວຍພັກ, ວິຊາການພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກກອງບັນຊາການທະຫານແຂວງ ວ່າດ້ວຍການອະນຸມັດມະຫາຊົນຜູ້ກ້າວໜ້າເຂົ້າຮຽນກົດລະບຽບພັກ ຊຸດທີ 3 ປະຈຳປີ 2024 ໃນນີ້, ມີ 21 ສະຫາຍ, ຍິງ 4 ສະຫາຍ, ເຊິ່ງເນື້ອໃນກົດລະບຽບພັກປະກອບມີດັ່ງນີ້: ມາດຕະຖານຂອງສະມາຊິກພັກ ແລະ ເງື່ອນໄຂຂອງມະຫາຊົນຜູ້ຈະຂະຫຍາຍເຂົ້າເປັນສະມາຊິກພັກ, ລະບຽບການຂະຫຍາຍພັກ, ຄຳປະຕິຍານຂອງສະມາຊິກພັກ, ໜ້າທີ່ຂອງສະມາຊິກພັກ, ສິດຂອງສະມາຊິກພັກ ແລະ ການສິ້ນສຸດເປັນສະມາຊິກພັກ, ຂໍ້ຫ້າມສຳລັບສະມາຊິກພັກ, ລະບຽບການຄຸ້ມຄອງ ແລະ ການຍົກຍ້າຍຮ່ວມຊີວິດພັກ, ບັດສະມາຊິກພັກ ແລະ ການນຳໃຊ້ບັດສະມາຊິກພັກ ແລະ ໃນຕອນບ່າຍຂອງວັນດຽວກັນ ຍັງໄດ້ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າພັກ ຊຸດທີ 3 ປະຈຳປີ 2024 ຕາມມະຕິຕົກລົງຂອງຄະນະປະຈຳພັກກອງບັນຊາການທະຫານແຂວງ ວ່າດ້ວຍການອະນຸມັດມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ, ມີຈຳນວນ 50 ສະຫາຍ, ຍິງ 7 ສະຫາຍ, ເຊິ່ງເນື້ອໃນເອກະສານອົບຮົມປະກອບມີ: 13 ຄຳຖາມ, 13 ຄຳຕອບ ແລະ ບັນດາເນື້ອໃນພື້ນຖານກ່ຽວກັບພັກປະຊາຊົນປະຕິວັດລາວ.
ໃນພິທີ ຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ມະຫາຊົນຜູ້ເຂົ້າຮ່ວມອົບ ຮົມເພື່ອຂະຫຍາຍເຂົ້າເປັນສະ ມາຊິກພັກໃນຕາມລຳດັບ.
ໂດຍ: ນາງ ສຸນາລີ ອຸ່ນວີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ