
ກອງພັນໃຫຍ່ 661 ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ
ເວລາອອກຂ່າວ: 2025-01-17 09:14:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 859 | ຄວາມນິຍົມ:
ໃນວັນທີ 16 ມັງກອນ 2025 ນີ້, ກອງພັນໃຫຍ່ 661 ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງ ທັບ ປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025), ໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳປານ ແພງພັນ ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີບັນດາສະຫາຍຄະນະພັກ-ຄະ ນະບັນຊາກອງພັນໃຫຍ່, ກົມກອງຮາກຖານ ແລະ ພັກນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳປານ ແພງພັນ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາ ແລະ ຄວາມໝາຍ, ຄວາມສຳຄັນ ຂອງການສ້າງຕັ້ງກອງທັບປະຊາ ຊົນລາວ ເຊິ່ງເປັນເຫດການປະ ຫວັດສາດໜຶ່ງທີ່ສຳຄັນ, ເປັນບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ ແລະ ເປັນບາດກ້າວແຫ່ງການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບເຮົາກໍໄດ້ຜະເຊີນໜ້າກັບສັດຕູໂຕຮ້າຍກາດ ທີ່ມີກຳລັງແຮງເໜືອກວ່າ ນັບທັງດ້ານກຳລັງພົນ, ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ ເພື່ອປົກປັກຮັກສາປະເທດຊາດ ແຕ່ດ້ວຍນ້ຳໃຈຮັກຊາດເດັດດ່ຽວໜຽວແໜ້ນ, ບໍ່ຍອມຈຳນົນ ກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ສືບຕໍ່ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານຍິ່ງຕີຍິ່ງໄດ້ຮັບໄຊຊະ ນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະ ນາ ເປັນສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ພາຍຫຼັງປະ ເທດຊາດໄດ້ຮັບການປົດປ່ອຍ ກອງທັບ ກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍທາດແທ້ມູນ ເຊື້ອຂອງກອງທັບ, ປັບປຸງກໍ່ສ້າງກຳລັງ, ອົບຮົບ-ຫັດແອບ, ປັບ ປຸງລະບຽບແບບແຜນ ເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເທື່ອລະກ້າວ. ທັງນີ້, ກໍເພື່ອເປັນການສຶກສາອົບຮົມການເມືອງ-ນຳພາແນວຄິດ ເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນຕື່ມ ມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະຂອງກອງ ທັບປະຊາ ຊົນລາວ ຕະຫຼອດໄລຍະ 76 ປີ ຜ່ານມາ ແລະ ພ້ອມກັນເສີມຂະ ຫຍາຍມູນເຊື້ອອັນດີງາມຂອງກອງທັບ ເຂົ້າໃນພຶດຕິກຳການ ເຄື່ອນໄຫວວຽກງານຕົວຈິງ.
ໂດຍ: ນາງ ໜູແດງ ພົມມະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ