
ຊາວໜຸ່ມ ຫ້ອງການສັນຕິບານ ປກສ ນະຄອນຫຼວງວຽງຈັນ ມອບເຄື່ອງກິລາໃຫ້ ກອງພັນ 616 ກອງພົນທີ 1
ເວລາອອກຂ່າວ: 2025-01-22 09:16:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 382 | ຄວາມນິຍົມ:
ໃນວັນທີ 11 ມັງກອນ 2025 ນີ້, ຢູ່ທີ່ເດີ່ນກິລາບານເຕະ ກອງພົນທີ 1, ສະຫາຍ ພັນໂທ ສຸກສາຄອນ ລັດຕະນະວົງສາ ກຳມະການຄະນະພັກຮາກຖານ ຫ້ອງການສັນຕິບານ ປກສ ນະ ຄອນຫຼວງວຽງຈັນ, ຄະນະຊາວໜຸ່ມພ້ອມດ້ວຍ ສະມາຊິກຊາວໜຸ່ມຫ້ອງການສັນຕິບານ, ໄດ້ນຳເອົາເຄື່ອງກິລາ ມາມອບໃຫ້ກອງພັນ 616 ກອງພົນທີ 1, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ທອງຈັນ
ເຢ່ຍຕູ້ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 1, ຄະນະພັກ-ຄະນະບັນຊາ ກອງພັນ 616 ພ້ອມດ້ວຍ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸກສາຄອນ ລັດຕະນະວົງສາ ໄດ້ໃຫ້ຮູ້ວ່າ: ການ
ມອບເຄື່ອງກິລາ ແລະ ເຄື່ອງບໍລິໂພກ ຂອງຊາວໜຸ່ມ ຫ້ອງການສັນຕິບານ ປກສ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນຂະບວນການກິລາ ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ແລະ ວັນສ້າງຕັ້ງກອງພົນທີ 1 ຄົບຮອບ 40 ປີ ທີ່ຈະມາເຖິງໃນໃກ້ໆນີ້ ໃຫ້ມີຄວາມ ໝາຍ ຄວາມສຳຄັນ ແລະ ເປັນຂະບວນການຟົດຟື້ນຢ່າງຕໍ່ເນື່ອງ, ເຄື່ອງກິລາທີ່ນຳມາມອບໃນຄັ້ງນີ້ ປະກອບມີ ເສື້ອກິລາ, ອຸປະກອນກິລາ ບານເຕະ, ບານສົ່ງ, ກະຕໍ້ ແລະ ເຄື່ອງບໍລິໂພກຈຳນວນໜຶ່ງ ລວມມູນຄ່າທັງໝົດ 23.368.000 ກີບ.
ສະຫາຍ ພັນໂທ ທອງຈັນ ເຢ່ຍຕູ້ ໄດ້ສະແດງຄວາມຂອບໃຈ ຕໍ່ ຊາວໜຸ່ມຫ້ອງການສັນຕິບານ ປກສ ນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະນຳເອົາວັດຖຸ ແລະ ປັດໃຈດັ່ງກ່າວໄປໝູນໃຊ້ໃຫ້ຖືກຕ້ອງ ແລະ ເກີດປະໂຫຍດສູງສຸດ.
ໂດຍ: ຊັນໂດ ລາດຊະພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ