
ຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ປິດຂະບວນການແຂ່ງຂັນກິລາເປຕັງມິດຕະພາບ
ເວລາອອກຂ່າວ: 2025-01-22 11:26:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ:
ຂະບວນການແຂ່ງຂັນກິລາເປຕັງມິດຕະພາບຂອງຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ເປີດມາແຕ່ຕົ້ນເດືອນ ມັງກອນ 2025, ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (ວັນທີ 20 ມັງກອນ 1949-20 ມັງກອນ 2025). ຮອດວັນທີ 17 ມັງກອນ 2025 ນີ້, ແມ່ນໄດ້ສໍາເລັດການແຂ່ງຂັນກິລາເປຕັງມິດຕະພາບ, ເຂົ້າຮ່ວມພິທີມີ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານພາຍໃນຫ້ອງການເມືອງ ແລະ ນັກກິລາເຂົ້າຮ່ວມ.
ສະຫຼຸບຜົນການແຂ່ງຂັນກິລາ, ທີ I ທີມພະແນກພະນັກງານ, ທີ II ທີມຄະນະຫ້ອງການເມືອງ ແລະ ທີ III ທີມພະແນກໂຄສະນາ-ອົບຮົມຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ.
ໂດຍ:ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ