
ກອງທັບປະຊາຊົນລາວ ຍາມໃດກໍ່ເປັນເຈົ້າການປະຕິບັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ
ເວລາອອກຂ່າວ: 2025-01-22 11:28:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 257 | ຄວາມນິຍົມ:
ສະຫາຍ ພົນຈັດຕະວາ ບຸນຍົງ ວົງພົມ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ ໄດ້ໃຫ້ທັດສະນະສະແດງຄວາມຮູ້ສຶກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (ວັນທີ 20 ມັງກອນ 1949-20 ມັງກອນ 2025) ວ່າ:
ກອງທັບປະຊາຊົນລາວ ຍາມໃດກໍໄດ້ເປັນເຈົ້າການປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເຮັດໃຫ້ປະເທດຊາດມີຄວາມສະຫງົບໂດຍພື້ນຖານ, ກອງທັບເຮົາໄດ້ສຸມໃສ່ປັບປຸງກໍ່ສ້າງກຳລັງ ປະຈຸບັນກອງທັບປະຊາຊົນລາວ ໄດ້ມີການປັບປຸງກໍ່ສ້າງທັງ 3 ກໍາລັງ, ເພື່ອເປັນຫຼັກແຫຼ່ງແກ່ນສານໃຫ້ແກ່ການປົກປັກຮັກສາເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນຄົບຖ້ວນ ຂອງຊາດເຊັ່ນ: ກຳລັງຫຼວງ, ກໍາລັງທ້ອງຖິ່ນ, ກຳລັງທະຫານລາດກອງຫຼອນ, ສໍາລັບກົມກອງກຳລັງຫຼວງ ໄດ້ສ້າງຕັ້ງຫຼາຍເຫຼົ່າຮົບກົມກອງ ເຊັ່ນ: ທະຫານບົກ, ທະຫານອາກາດ ແລະ ບັນດາເຫຼົ່າຮົບຕ່າງໆ ເປັນຕົ້ນ ປືນໃຫຍ່ໜ້າດິນ, ລົດຕັງຍານເກາະ, ກຳລັງໄຟປ້ອງກັນອາກາດ, ຊ່າງແສງ, ພະລາທິການ, ເຕັກນິກ ແລະ ເຫຼົ່າຮົບອື່ນໆ; ໄດ້ສ້າງຕັ້ງເກືອບ 20 ກອງພັນໃຫຍ່ເອກະລາດ, 5 ກອງພົນ ແລະ ຫຼາຍກົມກອງທຽບເທົ່າ ທີ່ມີການພັດທະນາ, ຍົກລະດັບ, ນັບມື້, ນັບທັນສະໄໝ, ກຳລັງປະກອບອາວຸດຢູ່ຂັ້ນທ້ອງຖິ່ນກໍໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານເປັນຢ່າງດີ, ກໍາລັງກອງທັບເຮົາຍັງໄດ້ເອົາໃຈໃສ່ຍົກລະດັບທາງດ້ານທິດສະດີ, ເພີ່ມທະວີວຽກງານເຝິກແອບຮໍ່າຮຽນສິລະປະຍຸດ, ຍຸດທະວິທີ ຢູ່ໃນກົມກອງ, ຢູ່ບັນດາວິທະຍາຄານ ແລະ ໂຮງຮຽນຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ນອກນີ້ ຍັງໄດ້ຍູ້ແຮງການປັບປຸງກໍ່ສ້າງຄ້າຍຄູໃຫ້ແໜ້ນໜາຖາວອນ ແລະ ກໍ່ສ້າງພື້ນຖານ ອຸດສາຫະກຳປ້ອງກັນຊາດ, ຮັບປະກັນທາງດ້ານພາຫະນະເຕັກນິກໃຫ້ແກ່ກອງທັບ ແລະ ຮັບໃຊ້ສັງຄົມ.
ມາຮອດປະຈຸບັນກອງທັບເຮົາ ມີການປະກອບວັດຖຸເຕັກນິກທັນສະໄໝສົມຄວນ ສາມາດຕອບສະໜອງໃຫ້ແກ່ວຽກງານປ້ອງກັນຊາດໃນໄລຍະໃໝ່ໄດ້ໂດຍພື້ນຖານ, ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການປ້ອງກັນ, ຄວບຄຸມໄພພິບັດ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດທຳມະຊາດຕ່າງໆ ທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດ, ພ້ອມກັນນັ້ນ, ເອົາໃຈໃສ່ປະກອບສ່ວນປັບປຸງກໍ່ສ້າງພື້ນຖານການເມືອງ, ກໍ່ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ຢູ່ທ້ອງຖິ່ນຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ສືບທອດມູນເຊື້ອ ຄວາມສາມັກຄີກັບກອງທັບປະເທດເພື່ອນມິດສາກົນ, ປະຕິບັດນະໂຍບາຍເພີ່ມມິດ, ຫຼຸດຜ່ອນສັດຕູ, ຮັບປະກັນສະຖຽນລະພາບຂອງລະບອບການເມືອງ, ຮັກສາຄວາມສະຫງົບປອດໄພຕາມຊາຍແດນ, ປະຈຸບັນກອງທັບເຮົາໄດ້ສ້າງຕັ້ງສາຍພົວພັນດ້ານປ້ອງກັນຊາດກັບ 26 ປະເທດ, ກອງທັບປະຊາຊົນລາວ ໄດ້ເຮັດສໍາເລັດໜ້າທີ່ໃນໂອກາດທີ່ໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ 2 ຄັ້ງຜ່ານມາ ຄື: ຄັ້ງທີ 1 ໃນປີ 2016, ຄັ້ງທີ 2 ໃນປີ 2024, ເຮັດໃຫ້ບົດບາດຂອງກອງທັບປະຊາຊົນລາວ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ໄດ້ຮັບການສະໜັບສະໜູນຢ່າງຈິງໃຈ ຈາກບັນດາປະເທດເພື່ອນມິດຍຸດທະສາດ, ອາຊຽນ ແລະ ໃນໂລກ.
ເພື່ອຢັ້ງຢືນເຖິງຜົນງານອັນໃຫຍ່ຫຼວງທີ່ກອງທັບເຮົາຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ໄດ້ຕົກລົງມອບຫຼຽນໄຊຄໍາ ແຫ່ງຊາດ ເຊິ່ງເປັນຫຼຽນສູງສຸດຂອງຊາດລາວໃຫ້ແກ່ກອງທັບປະຊາຊົນລາວ ຈຳນວນ 5 ໜ່ວຍ, ນອກຈາກນັ້ນ ຍັງໄດ້ຮັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍປະເພດອື່ນໆ ອີກຈໍານວນຫຼາຍ, ພັກ-ລັດຖະບານ ໄດ້ຕົກລົງມອບນາມມະຍົດໃຫ້ແກ່ກອງພັນວິລະຊົນ 7 ກອງພັນ, ກອງຮ້ອຍວິລະຊົນ 37 ກອງຮ້ອຍ, ວິລະຊົນແຫ່ງຊາດ 68 ສະຫາຍ ແລະ ນັກຮົບແຂ່ງຂັນ 415 ສະຫາຍ.
ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ໃຫ້ເຕັມໄປດ້ວຍຄວາມໝາຍສໍາຄັນ ແລະ ມີບັນຍາກາດເບີກບານມ່ວນຊື່ນນີ້, ຕາງໜ້າໃຫ້ຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງທັບ, ອວຍພອນໄຊອັນປະເສີດໃຫ້ການນໍາພັກ-ລັດ, ກໍຄືການນໍາກະຊວງປ້ອງກັນເທດ ຈົ່ງມີສຸຂະພາບແຂງແຮງ, ມີພາລະນະໄມສົມບູນ ສືບຕໍ່ຊີ້ນໍາ-ນໍາພາ ກອງທັບປະຊາຊົນລາວ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ, ອວຍພອນໄຊມາຍັງການນໍາ ກົມໃຫຍ່ພະລາທິການກອງທັບ, ພ້ອມດ້ວຍ ນາຍ ແລະ ພົນທະຫານ ໃນທົ່ວເຫຼົ່າຮົບພະລາທິການກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຮັ່ງມີຜາສຸກ ແລະ ພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານການເມືອງຂອງພັກໃນໄລຍະໃໝ່ ຕາມການຈັດຕັ້ງພັກ-ລັດ ແລະ ກອງທັບມອບໝາຍໃຫ້.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ