
ຄະນະນຳແຂວງເຊກອງ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ
ເວລາອອກຂ່າວ: 2025-01-22 11:34:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 211 | ຄວາມນິຍົມ:
ວັນທີ 20 ມັງກອນ 2025 ນີ້, ຄະນະນໍາແຂວງເຊກອງ ນຳໂດຍ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຄະນະປະຈໍາພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ ພ້ອມຄະນະ ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ(20 ມັງກອນ 1949 - 20 ມັງກອນ 2025). ເພື່ອເປັນການຈາລຶກເຖິງບຸນຄຸນ, ຄຸນງາມ, ຄວາມດີຂອງບັນດາການນໍາ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນັກຮົບປະຕິວັດ ທີ່ໄດ້ສຸມທຸກສະຕິປັນຍາ, ອຸທິດກຳລັງແຮງກາຍ, ເສຍສະຫຼະຊີວິດເລືອດເນື້ອຂອງຕົນ ເພື່ອປະເທດຊາດ ເພື່ອຄວາມເປັນເອກະລາດ ສ້າງສັງຄົມໃຫ້ມີຄວາມຜາສຸກ ແລະ ປະເທດຊາດຂໍຈົດຈໍາຈາລຶກຜົນງານ, ຄຸນງາມຄວາມດີ, ວີລະກຳອັນລໍ້າເລີດຂອງພວກເພິ່ນນີ້ໄວ້ຕະຫຼອດກາລະນານ.
ໂດຍ: ກອງຄໍາ ຈິ່ງດ້າຍອດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ