ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ທະຫານແຂວງບໍລິຄຳໄຊ ອວຍພອນ 2 ກອງບັນຊາການ ທະຫານແຂວງຮ່າຕິ່ງ ສສ ຫວຽດນາມ
ເວລາອອກຂ່າວ: 2025-01-22 11:36:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ:



ໃນລະຫວ່າງ ວັນທີ 14-15 ມັງກອນ 2025 ນີ້, ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ພ້ອມຄະນະ, ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ແຂວງຮ່າຕິ່ງ ແລະ ກອງບັນຊາການທະຫານແຂວງຮ່າຕິ່ງ ສສ ຫວຽດນາມ ເນື່ອງໃນວັນບຸນປີໃໝ່ ສສ ຫວຽດນາມ, ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງຄະນະພັກ-ຄະນະບັນຊາ ທັງ 2 ກອງບັນຊາການ ພ້ອມຄະນະ. ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ໄດ້ຕາງໜ້າຄະນະນໍາຂອງກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ກ່າວວ່າ: ວັນບຸນປີໃໝ່ ຫວຽດນາມ ເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດສຳລັບ ພັກ-ລັດຖະບານ ກໍຄືປະຊາຊົນຫວຽດນາມອ້າຍນ້ອງ ເຊິ່ງເປັນວັນທີ່ມີຄວາມເບີກບານມ່ວນຊື່ນ ສຳລັບປະຊາຊົນຊາວຫວຽດນາມ ເພື່ອຕ້ອນຮັບວັນບຸນປີໃໝ່, ພ້ອມທັງ ອວຍພອນໃຫ້ ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບ ກອງບັນຊາທະຫານຊາຍແດນແຂວງຮ່າຕິ່ງ ແລະ ກອງບັນຊາການທະຫານແຂວງຮ່າຕິ່ງ ຈົ່ງມີສຸຂະພາບແຂງແຮງ ພານາໄມສົມບູນ ພ້ອມກັນຫຼີ້ນບຸນປີໃໝ່ ໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມປອດໄພ, ພ້ອມທັງອວຍພອນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງພັກ, ສອງກອງທັບລາວ-ຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ນັບມື້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ໂອກາດດັ່ງກ່າວ ທັງສອງກອງບັນຊາການໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ພ້ອມຄະນະ ທີ່ໄດ້ເຂົ້າມາຢ້ຽມຢາມຖາມຂ່າວ ອວຍພອນໃນວັນບຸນປີໃໝ່ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຮັດ ແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ຫວຽດນາມ-ລາວ ໃຫ້ເລິກເຊິ່ງ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ. ໂດຍ: ສີທອງ ຈັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ