ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ທະຫານແຂວງຫຼວງພະບາງ ປາຖະກະຖາມູນເຊື້ອ ກອງທັບປະຊາຊົນລາວ ຄົບຮອບ 76 ປີ
ເວລາອອກຂ່າວ: 2025-01-22 11:41:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 228 | ຄວາມນິຍົມ:



ພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025) ກອງບັນຊາການ ທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 20 ມັງກອນ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ - ຄະນະບັນຊາອົງການ ກົມກອງອ້ອມຂ້າງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນເອກ ຄຳສອນ ໂພທິວັນ ຫົວໜ້າຫ້ອງເສນາທິການທະຫານແຂວງ ໄດ້ເຜີຍແຜ່ຄໍາສັ່ງປະຈໍາວັນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ. ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ໄດ້ກ່າວວ່າ: ກອງທັບປະຊາຊົນລາວ ກໍາເນີດເກີດຂຶ້ນໃນທ່າມກາງປະເທດຊາດ ຖືກພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວເຮົາ, ໂດຍພາຍໃຕ້ການນຳພາຂອງພັກ, ກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ. ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກໍາເນີດຂອງກອງທັບປະຊາຊົນລາວ ໃນປັດຈຸບັນ) ຢູ່ເຂດລາວຮຸ່ງພຽງສາ, ເມືອງຊຽງຄໍ້ ແຂວງຫົວພັນ, ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳ-ບັນຊາໂດຍກົງ. ການປະກາດສ້າງຕັ້ງກອງທັບປະຊາຊົນລາວ ແມ່ນເຫດການ ການເມືອງທີ່ມີຄວາມໝາຍສໍາຄັນທີ່ສຸດ, ເຊິ່ງເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນຂອງຊາດ, ເປັນບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ທັງແມ່ນການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດ ແລະ ເປັນບາດລ້ຽວທີ່ເປັນລັກສະນະຕັດສິນໃນພາລະກິດຕໍ່ສູ້ປົດປ່ອຍຊາດ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບ ກໍໄດ້ຜະເຊີນໜ້າກັບສັດຕູ ໂຕຮ້າຍກາດທີ່ມີກໍາລັງແຮງເໜືອກວ່າ ນັບທັງດ້ານກໍາລັງພົນ ແລະ ອາວຸດຍຸດໂທປະກອນທີ່ທັນສະໄໝ, ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ການສືບທອດມູນເຊື້ອພິລະອາດຫານບໍ່ຍອມຈໍານົນຂອງບັນພະບຸລຸດ ແລະ ຊົນເຊື້ອຊາດລາວ, ກອງທັບເຮົາໄດ້ດໍາເນີນການຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວໜຽວແໜ້ນ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ, ກ້າວໄປສູ່ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຜ່ານການເຝິກຝົນຫຼໍ່ຫຼອມ ແລະ ທົດສອບໃນແປວໄຟສົງຄາມຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ, ໃນສະພາບແວດລ້ອມ ແລະ ເງື່ອນໄຂສຸດທີ່ຫຍຸ້ງຍາກລໍາບາກນັ້ນ, ກອງທັບເຮົາໄດ້ສ້າງວິລະກຳ ອັນລໍ້າເລີດຫຼາຍປະການ, ສ້າງປະຫວັດສາດໜ້າໃໝ່ ແລະ ມູນເຊື້ອວີລະຊົນຂອງຊາດລາວ ວີລະຊົນຢ່າງສະຫງ່າງາມ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກອງທັບປະຊາຊົນລາວ ໄດ້ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ເປັນເຈົ້າການປົກປັກຮັກສາໝາກຜົນຂອງການປະຕິວັດ, ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ, ສຸມໃສ່ປັບປຸງກໍ່ສ້າງກໍາລັງໃນທຸກດ້ານ, ອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ. ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບ, ໃນຕໍ່ໜ້ານີ້ ຕ້ອງເພີ່ມທະວີຄວາມຕັ້ງຕໍ່ບໍລິສຸດຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ໃຫ້ເປັນຂະບວນການ ແລະ ມີໝາກຜົນຕົວຈິງ, ສຸມໃສ່ເຮັດໃຫ້ສະພາບໃນທົ່ວປະເທດມີຄວາມສະຫງົບຢ່າງໜັກແໜ້ນ ດ້ວຍການຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ ປກຊ-ປກສ 3 ຂັ້ນ ທົ່ວປວງຊົນຮອບດ້ານ, ເພີ່ມທະວີການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດປ້ອງກັນຊາດ, ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນທາດປະຕິວັດ ແລະ ມີລະບຽບວິໄນເຂັ້ມງວດ, ເຊີດຊູນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນໍ້າໃຈປະຢັດມັດທະຍັດ, ສຸມໃສ່ສ້າງ ພະລາທິການກັບທີ່ ເພື່ອຍົກລະດັບຊີວິດການເປັນຢູ່ຂອງກອງທັບໃຫ້ນັບມື້ດີຂຶ້ນ, ເຊື່ອມຊຶມກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບ ບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະ ປະເທດເພື່ອນມິດປະເທດໃກ້ຄຽງ ເພື່ອປະກອບສ່ວນເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ. ຂ່າວ: ສົມພອນ ສຸວັນທອນ; ພາບ: ທອງລິດ ແກ້ວທຸມມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ