
ແຂວງຄໍາມ່ວນ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ
ເວລາອອກຂ່າວ: 2025-01-22 13:23:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 338 | ຄວາມນິຍົມ:
ວັນທີ 17 ມັງກອນ 2025 ນີ້, ແຂວງຄໍາມ່ວນ ໄດ້ຈັດປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ (20 ມັງກອນ 1949 - 20 ມັງກອນ 2025) ຢູ່ທີ່ສະໂມສອນຂອງແຂວງ, ໂດຍໃຫ້ກຽດປາຖະກະຖາຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີບັນດາພະນັກງານປະຕິວັດອາວຸໂສບໍານານ, ກຳລັງ ປກຊ-ປກສ , ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ໄດ້ຂຶ້ນກ່າວຕ້ອນຮັບສະແດງຄວາມນັບຖືຢ່າງສູງທີ່ ສະຫາຍປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມ ແຂວງຄຳມ່ວນໃນຄັ້ງນີ້. ຈາກນັ້ນ ທ່ານ ພົນໂທ ແສງນວນ ໄຊຍະລາດ ກໍ່ໄດ້ຫວນຄືນເຖິງປະຫວັດມູນເຊື້ອການກໍາເນີດຂອງ ກອງທັບປະຊາຊົນລາວ, ຜົນງານ, ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ໂດຍສະເພາະໄລຍະ ດຳເນີນການປະຕິວັດຕໍ່ສູ້ປົດປ່ອຍຊາດ, ໄລຍະປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ກອງທັບໄດ້ຮັບການສ້າງຕັ້ງຂຶ້ນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ ກອງລາດຊະວົງ ” ຂຶ້ນຢ່າງເປັນທາງການ ໂດຍແມ່ນທ່ານ ເພັດສະວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ທ່ານ ຄໍາມູນ ເປັນຮອງຜູ້ບັນຊາການ. ໃນມື້ດຽວ ກັນນັ້ນ, ໂດຍພາຍໃຕ້ການນໍາພາອັນແທດເຖິງ ຂອງສາຂາພັກກອມມູນິດອິນດູຈີນ ປະຈຳແຄວ້ນລາວ ໄດ້ຈັດຕັ້ງກອງປະຊຸມ ໂດຍເອົາສະຖານທີ່ກອງລາດຊະວົງເປັນບ່ອນປະຊຸມ ແລະ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຢ່າງເປັນທາງການ ໂດຍແມ່ນທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ນັບແຕ່ໄດ້ຮັບການສ້າງຕັ້ງ ກອງທັບປະຊາຊົນລາວໄດ້ຜ່ານຍານແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາສາມາດ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ກອງທັບປະຊາຊົນປະຕິວັດລາວ ໄດ້ຜ່ານຜ່າອຸປະສັກນາໆ ປະການ ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫລວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ.
ຕະຫຼອດໄລຍະເວລາແຫ່ງການກໍາເນີດ, ສູ້ຮົບມີໄຊເຕີບໃຫຍ່ຂະຫຍາຍຕົວ 76 ປີຜ່ານມາ ກອງທັບພວກເຮົາໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ແລະ ສ້າງຜົນງານດີເດັ່ນ ແລະ ວີລະກຳອັນລໍ້າເລີດໄວ້ໃນໜ້າປະຫວັດສາດຂອງຊາດລາວຢ່າງສົມກຽດ ກອງທັບຍາມໃດກໍ່ນຳໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ເຮັດສຳເລັດໜ້າທີ່ ຕີເອົາຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະ ເປັນກອງທັບວີລະຊົນຂອງຊາດລາວ.
ການປາຖະກະຖາຄັ້ງນີ້ແນໃສ່ສຶກສາອົບຮົມພະນັກງານ, ທະຫານ, ຕໍາຫລວດ ປະຊາຊົນບັນດາເຜົ່າໃນທົ່ວສັງຄົມ ໄດ້ທົບທວນຄືນຮູ້ໄດ້ການກໍາເນີດ ການເຕີບໃຫຍ່ຂະຫຍາຍຕົວ ເຫັນໄດ້ຜົນງານ ໄຊຊະນະທີ່ຍາດມາໄດ້ ແລະ ກໍາໄດ້ທາດແທ້ ມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ, ທັງປູກຈິດສໍານຶກມີຄວາມກະຕັນຍູຮູ້ບຸນຄຸນ ນັກວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທີ່ໄດ້ອຸທິດຊີວິດເພື່ອພາລະກິດປະຕິວັດເພື່ອປະເທດຊາດ ແລະ ເປັນການເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງກອງທັບ.
ໂດຍ: ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ