ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ລັດຖະມົນຕີກະຊວງປ້ອງກັນປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ທະຫານແຂວງສາລະວັນ
ເວລາອອກຂ່າວ: 2025-01-22 14:02:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 340 | ຄວາມນິຍົມ:



ວັນທີ 22 ມັງກອນ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວພົບປະໂອ້ລົມ ພະນັກງານຫຼັກແຫ່ງ ກອງບັນຊາການທະຫານແຂວງສາລະວັນ, ໂດຍມີສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ, ຄະນະພັກ-ຄະນະບັນຊາ ກອງບັນຊາການ, ອົງການ, ກົມກອງ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ກ່ອນພົບປະໂອ້ລົມ, ສະຫາຍ ພົນ ຈັດຕະວາ ພູວັນ ພິມມະຈັນ ໄດ້ລາຍງານໂດຍຫຍໍ້ ສະພາບການເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ, ເຊິ່ງມີທັງຂໍ້ສະດວກ, ດ້ານຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຫຼາຍປະການ ແຕ່ກໍສາມາດເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ, ບົນພື້ນຖານແມ່ນໄດ້ເຮັດໃຫ້ສະພາບພາຍໃນທົ່ວແຂວງ ມີຄວາມສະຫງົບໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ, ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນ, ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ແລະ ປັບປຸງຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບ ມີການຮັບປະກັນດີ. ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສໍາຄັນ, ພ້ອມທັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ຂັ້ນ, ແຕ່ລະກົມກອງ ຈົ່ງພ້ອມກັນກໍາແໜ້ນສະພາບການທັງພາຍໃນ, ຕ່າງປະເທດ ແລະ ທ້ອງຖິ່ນຂອງຕົນ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ມີຄຸນນະພາບ, ເຮັດຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອເຮັດໃຫ້ ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ສຸມໃສ່ເຮັດໃຫ້ສະພາບມີຄວາມສະຫງົບໜັກແໜ້ນ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ, ຕ້ານ ແລະ ສະກັດກັ້ນ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃຫ້ທັນເວລາ ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງກວ່າເກົ່າ, ຫັນເອົາກົມກອງເຂົ້າສູ່ລະບຽບແບບແຜນ ແລະ ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ໃຫ້ເຂັ້ມງວດ, ສືບຕໍ່ກໍ່ສ້າງພັກ-ພະນັກງານ ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກອງປອດໃສ, ປອດໄພ, ປອດຄະດີ ໃຫ້ມີຄຸນນະພາບ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງ ຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ, ເປັນໝູ່ຄະນະ, ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງກົມກອງ ໂດຍສຸມໃສ່ການປູກຝັງ-ລ້ຽງສັດ ຕາມທ່າແຮງບົ່ມຊ້ອນຂອງແຕ່ລະກົມກອງ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ດີຂຶ້ນເທື່ອລະກ້າວ, ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາ ແລະ ບົວລະບັດຜັດເຊັດ ພາຫະນະເຕັກນິກ, ອາວຸດ-ຍຸດໂທປະກອນ ໃຫ້ສາມາດນໍາໃຊ້ໄດ້ເປັນປົກກະຕິ, ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງເອົາບົດຮຽນ, ການຊ່ວຍເຫຼືອມາພັດທະນາກົມກອງ ແລະ ສືບຕໍ່ປັບປຸງພັດທະນາກົມກອງໃຫ້ເຂັ້ມແຂງ, ໜັກແໜ້ນຍິ່ງຂຶ້ນ. ໂດຍ: ນາງ ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ