ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ມອບເຄື່ອງຈັກ X-Ray ໃຫ້ໂຮງໝໍບໍລິເວນ 107
ເວລາອອກຂ່າວ: 2025-01-23 14:02:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 444 | ຄວາມນິຍົມ:



ໃນວັນທີ 22 ມັງກອນ 2025 ນີ້, ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍບໍລິສັດໂຊກມຸງຄຸນການຄ້າ ແລະ ການລົງທຶນຈໍາກັດຜູ້ດຽວ ໄດ້ມອບເຄື່ອງຈັກ X-Ray ໃຫ້ໂຮງໝໍບໍລິເວນ 107 ໃຫ້ກຽດກ່າວມອບໂດຍ ສະຫາຍ ພົນຈັດຕະວາ ດຣ ຄຳແພງ ພູມມະແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ດຣ ໄພວັນ ຈັນທະສຸກ ອຳນວຍການໂຮງໝໍບໍລິເວນ 107, ພ້ອມທັງສະແດງຄວາມຂອບໃຈນໍາ ກົມເສນາຮັກ ແລະ ບໍລິສັດໂຊກມຸງຄຸນ ການຄ້າ ແລະ ການລົງທຶນຈໍາກັດຜູ້ດຽວ ທີ່ໄດ້ນຳອຸປະກອນການແພດທີ່ຈໍາເປັນມາມອບໃຫ້ໂຮງໝໍພວກເຮົາໃນຄັ້ງນີ້, ເພື່ອເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ແລະ ປະກອບສ່ວນອັນສໍາຄັນເຂົ້າໃນໜ້າທີ່ວຽກງານວິຊາການແພດ ໂຮງໝໍບໍລິເວນ 107 ໃຫ້ນັບມື້ທັນສະໄໝ. ໂດຍ: ນາງ ສຸລິຈັນ ພັດທະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ