
ກົມພະນັກງານ ສະຫຼຸບວຽກງານຮອບດ້ານປະຈຳປີ 2024
ເວລາອອກຂ່າວ: 2025-01-23 14:38:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 417 | ຄວາມນິຍົມ:
ວັນທີ 22 ມັງກອນ 2025 ນີ້, ກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມ ສະຫລຸບວຽກງານຮອບດ້ານປະຈຳປີ 2024 ແລະ ວາງທິດທາງແຜນການປະຈໍາປີ 2025, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານ, ມີຄະນະພັກ-ຄະນະບັນຊາກົມ, ແຂກຖືກເຊີນ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພົນ ຈັນທະວົງສາ ຫົວໜ້າພະແນກແຜນການສັງລວມ ກົມພະນັກງານ ໄດ້ຜ່ານບົດສະຫລຸບໂດຍຫຍໍ້, ເຊິ່ງໃນໄລຍະ 1 ປີຜ່ານມາ, ຄະນະພັກ - ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ - ນຳພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມ ເປັນປົກກະຕິ, ເຂົ້າຮ່ວມເຊື່ອມຊືມບັນດາມະຕິກອງປະຊຸມໃຫຍ່ຂອງຂັ້ນເທິງ, ເຂົ້າຮ່ວມປາຖະກະຖາມູນເຊື້ອ ວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ, ເອົາໃຈໃສ່ປັບປຸ່ງກໍ່ສ້າງໜ່ວຍພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງທັງ 4 ດ້ານ, ປະຕິບັດຖືກຕ້ອງຕາມ 5 ຫຼັກການ 3 ທິດນຳໃນການກໍ່ສ້າງພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການສ້າງກອງ 3 ປອດ. ເປັນໃຈກາງປະສານສົມທົບກັບບັນດາອົງການ ແລະ ກົມກອງທີ່ກ່ຽວຂ້ອງຂຶ້ນແຜນກຳນົດພະນັກງານ ນຳພາ-ບັນຊາ ຢູ່ແຕ່ລະຂັ້ນ ແມ່ນໄດ້ປະຕິບັດຖືກຕ້ອງຕາມບາດກ້າວ, ເປັນເຈົ້າການຄົ້ນຄວ້ານຳສະເໜີຂັ້ນເທິງ ປັບປຸງການຈັດຕັ້ງຂັ້ນຕ່າງໆ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ການແຕ່ງຕັ້ງສັບຊ້ອນພະນັກງານ ແມ່ນເປັນໄປຕາມຄວາມຮຽກຮ້ອງ ຕ້ອງການ ໜ້າທີ່ການເມືອງຂອງການທັບ, ຕາມແຜນກຳນົດພະນັກງານ, ຖືກຕາມມາດຖານແຕ່ລະຕຳແໜ່ງງານ, ຕາມການສະເໜີຂອງແຕ່ລະກົມກອງ ແລະ ຄວາມຮູ້ຄວາມສາມາດຂອງພະນັກງານ, ພ້ອມທັງເອົາໃຈໃສ່ຄົ້ນຄວ້າປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານ ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ ແລະ ຕາມຄວາມສາມາດຕົວຈິງຂອງກອງທັບ, ໃນ 1 ປີຜ່ານມາ ໄດ້ຄົ້ນຄວ້າ ແລະ ນໍາສະເໜີຂັ້ນເທິງ ປະຕິບັດວຽກງານນະໂຍບາຍ ໃນນີ້ ເລື່ອນຊັ້ນແຕ່ຮ້ອຍຕີ ຫາ ຊັ້ນພົນໂທ ໄດ້ຈຳນວນທັງໝົດ 18.312 ສະຫາຍ, ຍົກຂັ້ນເງິນເດືອນ, ອະນຸມັດໃຫ້ພະນັກງານພັກການຮັບການປິ່ນປົວ, ບຳນານ ແລະ ຄິດໄລ່ເງິນອຸດໜູນເສຍຊີວິດ ຈຳນວນໜຶ່ງ. ຄຽ່ງຄູ່ກັນນີ້, ກໍໄດ້ຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂຸດຄົ້ນທ່າແຮງບົ່ມຊ້ອນຢູ່ພາຍໃນເພື່ອທຳການຜະລິດແກ້ໄຂຊີວິດການເປັນຢູ່, ໂດຍຖືເອົາການປູກຝັງ-ລ້ຽງສັດ ສາມາດສ້າງລາຍຮັບເຂົ້າກົມກອງໄດ້ເກືອບ 200 ລ້ານກີບ. ຈາກນັ້ນກອງປະຊຸມກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການປະຈຳປີ 2025 ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ