
ທະຫານແຂວງບໍ່ແກ້ວ ປະດັບທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2025-01-24 09:13:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1009 | ຄວາມນິຍົມ:
ວັນທີ 15 ມັງກອນ 2025 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີປະດັບທຽບຊັ້ນໃຫ້ນາຍທະຫານ ທີ່ຮຽນຈົບວິຊາສະເພາະມາຈາກສາຍລັດ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳສອນ ໄຊຍະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການກ່ຽວຂ້ອງ, ນາຍ ແລະ ພົນທະຫານ ຜູ້ທີ່ໄດ້ຮັບຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍປະດັບທຽບຊັ້ນນາຍທະຫານ ໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະມາຈາກສາຍລັດ. ໃນນີ້, ກົມໃຫຍ່ການເມືອງກອງທັບ ຕົກລົງ ປະດັບທຽບຊັ້ນຮ້ອຍໂທ ຈຳນວນ 30 ສະຫາຍ ແລະ ປະດັບທຽບຊັ້ນຮ້ອຍຕີ ຈຳນວນ 8 ສະຫາຍ. ໂດຍການຂຶ້ນປະດັບຂອງ ສະຫາຍ ພັນເອກ ຄຳສອນ ໄຊຍະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ຢ່າງສົມກຽດ
ໂດຍ: ວໍລະສິດ ພິດສະຫາຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ