
ກອງພັນໃຫຍ່ 642 ຕ້ອນຮັບສ່ວຍສາອາກອນແຂວງບໍລິຄຳໄຊ ເຂົ້າມາອວຍພອນ
ເວລາອອກຂ່າວ: 2025-01-24 09:20:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1081 | ຄວາມນິຍົມ:
ໃນກາງເດືອນມັງກອນ 2025 ນີ້, ສະຫາຍ ພັນໂທ ສີນວນ ສັກຕິເດດ ຮັກສາການ ຫົວໜ້າການເມືອງກອງພັນໃຫຍ່ 642 ພ້ອມດ້ວຍຄະນະໄດ້ຕ້ອນ ຮັບ ທ່ານ ວ່າງເຢຍ ໄຊນາລໍ ຕາງໜ້າສ່ວຍສາອາກອນ ແຂວງບໍລິຄຳໄຊ ເຂົ້າອວຍພອນເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ.
ໂອກາດນີ້, ສະຫາຍ ພັນໂທ ສີນວນ ສັກຕິເດດ ໄດ້ກ່າວສະ ແດງຄວາມຂອບໃຈຕໍ່ພາກສ່ວນດັ່ງກ່າວ, ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົນຮອບ 76 ປີ ແລະ ເຂົ້າມາອວຍພອນ ໃນຄັ້ງນີ້ ເຊິ່ງກົມກອງພວກເຮົາ ແມ່ນກົມກອງໜຶ່ງທີ່ເປັນກຳລັງ ຫຼັກແຫຼ່ງໃນພາລະກິດປະຕິວັດ, ສາມາດສ້າງໄດ້ບັນດາຜົນງານ ອັນໃຫຍ່ຫຼວງ ພ້ອມກັບປະຊາຊົນ ລາວບັນດາເຜົ່າ ໃນການປົກປັກ ຮັກສາໝາກຜົນຂອງການປະຕິ ວັດໄດ້ຢ່າງໝັ້ນຄົງ, ປະກອບສ່ວນສ້າງສາພັດທະນາປະເທດຊາດ ເຮັດໃຫ້ເສດຖະກິດ ແລະ ຊີວິດການເປັນຢູ່ຂອງພະນັກງານ-ນັກ ຮົບ ແລະ ປະຊາຊົນບັນດາເຜົ່າດີຂຶ້ນ, ປະເທດຊາດມີຄວາມໝັ້ນ ຄົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ໂດຍ: ແສນສຸລິຍະ ແທງພຸດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ