ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ຫຼາຍພາກສ່ວນສືບຕໍ່ ເຂົ້າອວຍພອນອຳນວຍການໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ
ເວລາອອກຂ່າວ: 2025-01-24 10:49:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 626 | ຄວາມນິຍົມ:



ໃນລະຫວ່າງວັນທີ 14 - 23 ມັງກອນ 2025 ນີ້, ຫຼາຍພາກສ່ວນສືບຕໍ່ເຂົ້າອວຍພອນອຳນວຍການໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ. ໃນນີ້, ມີສະຫາຍ ໂງ່ແມັງຮຸ່ງ ຫົວໜ້າ ບໍລິສັດມິດຕະພາບ 206 ສສ ຫວຽດນາມ ພ້ອມຄະນະ, ສະຫາຍ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງ ແຂວງຈຳປາສັກ ພ້ອມຄະນະ, ມີສະຫາຍ ພັນເອກ ບຸນອຽ່ງ ພັນວົງສາ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ພ້ອມຄະນະ, ສະຫາຍ ປອ ວິໄລພອນ ສຸລິວົງ ຫົວໜ້າວິທະຍາໄລສັນຕິບານ ແຂວງຈຳປາສັກ ພ້ອມຄະນະ, ທະນະຄານ ການຄ້າຕ່າງປະເທດລາວ ສາຂາແຂວງຈຳປາສັກ ແລະ ສະຫາຍ ພັນໂທ ສີລາວົງ ອິນທະປະສິດ ຫົວໜ້າຄ້າຍຄຸມຂັງດັດສ້າງບັງລຽງ ພ້ອມຄະນະ, ໄດ້ນຳກະຕ່າຂອງຂວັນ ເຂົ້າອວຍພອນຄະນະພັກ-ຄະນະອໍານວຍການໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 – 20 ມັງກອນ 2025). ເຊິ່ງເປັນກຽດຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ. ແຕ່ລະພາກສ່ວນກໍໄດ້ຕາງໜ້າກ່າວ ສະແດງຄວາມຢື້ຢາມຖາມຂ່າວມາຍັງຄະນະພັກ-ຄະນະອໍານວຍການ, ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາ ແລະ ອວຍພອນໄຊຈົ່ງມີສຸຂະພາບເຂັ້ມແຂງ ເຮັດສຳເລັດໜ້າທີ່ ສືບຕໍ່ຮັດແໜ້ນຄວາມສາມັກຄີ ລະຫວ່າງ ກົມກອງ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ໄດ້ຕາງໜ້າ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ຄູ-ອາຈານ-ນັກຮຽນ ໃນທົ່ວໂຮງຮຽນ ສະແດງຄວາມຂອບໃຈ ມາຍັງບັນດາສະຫາຍ ພ້ອມຄະນະ ທີ່ໄດ້ເຂົ້າອວຍພອນ ແລະ ອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມກ້າວໜ້າ ໃນໜ້າທີ່ວຽກງານ, ສືບຕໍ່ສາມັກຄີຮັກແພງ ພ້ອມກັນເສີມຂະຫຍາຍຮັກສາມູນເຊື້ອອັນດີງາມນີ້ໄວ້ໃຫ້ໝັ້ນຄົງ ຕະຫຼອດໄປ. ຂ່າວໃຫ້ຮູ້ຕື່ມວ່າ: ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 – 20 ມັງກອນ 2025) ອໍານວຍການໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ນໍາໂດຍ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ ໄດ້ນຳກະຕ່າຂອງຂວັນເຂົ້າອວຍພອນອະດີດ ຄະນະພັກ-ຄະນະອຳນວຍການໂຮງຮຽນ, ພະນັກງານຮັບບຳນານ ຕື່ມອີກ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ