ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ໜ່ວຍພັກ ກົມລົດຕັງ-ຍານເກາະ ສະຫຼຸບວຽກງານນໍາພາ ປະຈໍາປີ 2024
ເວລາອອກຂ່າວ: 2025-01-24 10:52:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 614 | ຄວາມນິຍົມ:



ວັນທີ 23 ມັງກອນ 2025 ນີ້, ໜ່ວຍພັກ ກົມລົດຕັງ-ຍານເກາະ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານນໍາພາ ປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025, ຢູ່ທີ່ກົມຂອງຕົນ. ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ພູວຽງ ສອນສົມໃຈ ຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະພັກ-ຄະນະບັນຊາກົມ ແລະ ກອງເຫຼົ່າຮົບ ລົດຕັງ-ຍານເກາະ ເຂົ້າຮ່ວມ. ສະຫາຍ ພັນເອກ ສາຍລົມ ໄຊຍະສຸກ ຮອງຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດສະຫຼຸບ ວຽກງານນໍາ ພາຂອງໜ່ວຍພັກ ກົມລົດຕັງ-ຍານເກາະ ໃນໄລຍະ 1 ປີຜ່ານມາ ເຫັນວ່າ ຄະນະພັກ-ຄະນະບັນຊາ ກົມ ແລະ ບັນດາ ກົມກອງ ໃນເຫຼົ່າຮົບລົດ ຕັງ-ຍານເກາະ ໄດ້ເອົາໃຈ ໃສ່ຊີ້ນຳ-ນຳ ພາພະນັກງານ, ສະມາຊິກພັກ ໃນການສຶກ ສາອົບການ ເມືອງນຳ ພາ-ແນວຄິດ ເພື່ອເຮັດໃຫ້ ກົມກອງມີຄວາມ ສະຫງົບ-ປອດໄພ, ພະນັກງານ-ນັກ ຮົບແຕ່ລະຂັ້ນ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອ ໝັ້ນຕໍ່ການນຳພາຂອງ ພັກ-ລັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບ ມອບໝາຍ, ໄດ້ຊີ້ນຳ ກອງພັນໃຫຍ່ 661 ແລະ ສູນເຝິກ 620 ຈັດຕັ້ງພະນັກງານ ລົງສົມທົບກັບອໍານາດການປົກຄອງທ້ອງ ຖິ່ນໃນຂອບເຂດກົມກອງຕັ້ງທັບ, ເກັບກຳສະພາບການຮອບດ້ານ, ຈັດຕັ້ງລະບົບປະຈໍາການກຽມພ້ອມສູ້ຮົບແຕ່ລະຂັ້ນ, ນຳພາກົມກອງປ້ອງກັນເວັນຍາມບັນດາກອງປະຊຸມຕ່າງໆ ສາມາດຮັກສາຄວາມ ປອດໄພໄດ້ 100%, ແຕ່ລະກົມກອງຈັດຕັ້ງ ລະບົບປະຈຳການຕາມຄຳສັ່ງຂອງຂັ້ນເທິງຢ່າງ ເຂັ້ມງວດ, ຊີ້ນໍາ ກອງພັນໃຫຍ່ 661 ຈັດຕັ້ງກໍາລັງພົນ ແລະ ພາຫະນະໄປຊ່ວຍ ເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພ ນໍ້າຖ້ວມຢູ່ເຂດຕ່າງໆ, ນຳພາພະນັກງານ- ສະມາຊິກພັກ ພາຍໃນກົມ ເຂົ້າຮ່ວມ ເຊື່ອມຊຶມແນວທາງ, ມະຕິ, ຄຳສັ່ງ, ຂໍ້ກຳນົດ ກົດລະບຽບຂອງສູນກາງພັກ, ຂອງກະຊວງປ້ອງກັນປະເທດ, ຂອງກົມໃຫຍ່ເສນາທິການ, ນໍາພາເປີດກອງປະຊຸມ ສະຫຼຸບຜົນງານໃນການການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກອງ 3 ປອດ ແລະ ບັ້ນດໍາເນີນຊີວິດການ ເມືອງຕີລາຄາແບ່ງປະເພດສະມາຊິພັກ ປະຈຳປີ 2024 ສໍາເລັດ, ລົງຊຸກຍູ້, ກວດກາການອົບຮົມ - ຫັດແອບ ການເມືອງ, ການທະຫານ, ວິຊາສະເພາະເຕັກນິກ ແລະ ເຝິກຝົນກໍາລັງແຮງກາຍ ປະຈຳປີ 2024 ຢູ່ ກອງພັນໃຫຍ່ 661 ແລະ ສູນເຝິກ 620 ຕາມຄໍາສັ່ງຂອງ ກົມໃຫຍ່ເສນາທິການ, ເຂົ້າຮ່ວມຊ້ອມຮົບ (ຣາໂຣດ) ລາວ - ຣັດເຊຍ ປະຈຳປີ 2024 ທີ່ ສ. ຣັດເຊຍ ສໍາເລັດຕາມແຜນການ ຮ່ວມມືຂອງຂັ້ນເທິງ ແລະ ວຽກງານດ້ານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ. ໂດຍ: ສຸກສົງການ ຫຼ້າບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ